ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການມື້ວັນທີ 20 ມັງກອນ 2020 ນີ້ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ໃຫ້ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ເລີ່ມແຕ່ເວລາ 6 ໂມງຂອງວັນທີ 21 ມັງກອນ 2020 ເປັນຕົ້ນໄປ.
ການປັບລາຄາໃໝ່ໃນຄັ້ງນີ້ ແມ່ນໄດ້ຫຼຸດການເກັບເງິນຄັງແຮ ສະເພາະນໍ້າມັນກາຊວນລົງ 100 ກີບຕໍ່ລິດ (ຈາກ 500 ກີບຕໍ່ລິດ ລົງມາເປັນ 400 ກີບຕໍ່ລິດ) ແລະ ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື ແອັດຊັງພິເສດ ປັບຂຶ້ນ 90 ກີບ ຕໍ່ລິດ (ຈາກ 10.680 ກີບຕໍ່ລິດ ເປັນ 10.770 ກີບຕໍ່ລິດ), ແອັດຊັງທໍາມະດາປັບຂຶ້ນ 180 ກີບຕໍ່ລິດ (ຈາກ 9.470 ກີບຕໍ່ລິດ ເປັນ 9.650 ກີບຕໍ່ລິດ) ແລະ ກາຊວນປັບຂຶ້ນ 380 ກີບຕໍ່ລິດ (ຈາກ 8.660 ກີບຕໍ່ລິດ ເປັນ 9.040 ກີບຕໍ່ລິດ). ໃຫ້ບັນດາບໍລິສັດນໍ້າມັນ ເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນໃຫ້ບໍລິການຢ່າງເປັນປົກກະຕິ.
ຂ່າວ : ວຽງຈັນທາຍ