ພົນລະເມືອງລາວ ໃຫ້ກະກຽມພຽງແຕ່ປື້ມສຳມະໂນຄົວ, ບັດປະຈໍາຕົວແບບເກົ່າ (ບັດສີຂຽວ) ຫຼື ກ໋ອບປີ້ພັດສະປອດ ເພື່ອໄປຂໍອອກບັດປະຈໍາຕົວດີຈິຕອນ ຊຶ່ງຈະເລີ່ມເປີດບໍລິການທົ່ວປະເທດ ຕົ້ນເດືອນຕຸລາ 2025, ສ່ວນຄ່າບໍລິການອອກບັດແມ່ນ 30.000 ກີບ.
ພົນລະເມືອງລາວ ສາມາດອອກໄປເຮັດບັດປະຈໍາຕົວດີຈິຕອນ ໄດ້ຢູ່ທຸກສະຖານທີ່ກຳນົດ ຫຼື ສາມາດຈົດທະບຽນຜ່ານທະບຽນຜ່ານແອັບ LaelD ກ່ອນໄປເຮັດບັດປະຈໍາຕົວ ຊຶ່ງບັນດາສະຖານທີ່ໄປເຮັດບັດ ປະກອບມີ: ຂັ້ນສູນກາງ: ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ; ຂັ້ນແຂວງ: ກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ; ຂັ້ນນະຄອນຫຼວງວຽງຈັນ: ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ; ຂັ້ນເມືອງ-ນະຄອນ: ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ-ນະຄອນ.
ອາຍຸການການນຳໃຊ້ ບັດປະຈຳຕົວພົນລະເມືອງດິຈິຕອນ ແມ່ນອີງຕາມອາຍຸຂອງພົນລະເມືອງ ໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1: ເລີ່ມແຕ່ມື້ເກີດຮອດ 15 ປີ ໄດ້ແບ່ງອອກເປັນສອງໄລຍະຄື: ໄລຍະທີ 1 ສາມາດອອກບັດປະຈໍາຕົວໄດ້ ເລີ່ມແຕ່ມື້ເກີດ ຮອດອາຍຸ 6 ປີ ແລະ ໄລຍະທີ 2 ແມ່ນ ເລີ່ມແຕ່ 6 ປີ ຮອດ 15 ປີ.
ໄລຍະທີ 2: ອອກຄັ້ງທີ 1 ກຳນົດອາຍຸພົນລະເມືອງ 15-20 ປີ, ອອກຄັ້ງທີ 2 ແມ່ນ 20 ປີ, ຫຼັງຈາກນັ້ນ ອາຍຸການນຳໃຊ້ບັດແມ່ນ 10 ປີ, ຖ້າພົນລະເມືອງມີອາຍຸຮອດ 60 ປີຂຶ້ນໄປ ຈະອອກບັດປະຈຳຕົວດີຈິຕອນໃຫ້ໂດຍບໍ່ມີວັນໝົດອາຍຸ.
ປະຈຸບັນ, ໄດ້ເປີດຮັບຂໍ້ມູນພົນລະເມືອງໃນເບື້ອງຕົ້ນຢູ່ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ ແຕ່ຖ້າຫາກພົນລະເມືອງມີຄວາມຈໍາເປັນຕ້ອງການນໍາໃຊ້ບັດດ່ວນກໍ່ສາມາດໄປເຮັດ ຫຼື ຕໍ່ບັດໄດ້ຢູ່ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານກະຊວງ ປ້ອງກັນຄວາມສະຫງົບ.
ບັດປະຈໍາຕົວດີຈິຕອນ ມີຄຸນສົມບັດພິເສດແຕກຕ່າງຈາກບັດເກົ່າ ທາງດ້ານໂຄງສ້າງການອອກແບບກະທັດຫັດ, ເບົາ, ສີສັນສວຍງາມ ແລະ ບໍ່ປ່ຽນສີ, ທັນສະໄໝ ແລະ ມາດຕະຖານ ຂອງ ISO 7810, ISO 7816, ISO 14443 ແລະ ICAO 9303; ມີລະບົບຄວາມປອດໄພສູງ ເຊັ່ນ: ຝັງຊິບປະຫວັດບຸກຄົນ, ລາຍນິ້ວມື, ໃບໜ້າ, ເຫຍື່ອຫຸ້ມຕາ, ມີລະຫັດ QR code, ບາໂຄ້ດ.
ໃນຍຸກທີ່ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ບັດປະຈຳຕົວປະຊາຊົນ ກາຍເປັນແຫຼ່ງຂໍ້ມູນຊີວະວິທະຍາທີ່ສຳຄັນ ສຳລັບການບໍລິການສາທາລະນະສຸກ ໃນອະນາຄົດ, ຖ້າຫາກວ່າມີການເພີ່ມ ຫຼື ປ່ຽນແປງຂໍ້ມູນທາງຊີວະວິທະຍາ ແມ່ນມີຄວາມສຳຄັນຫຼາຍໃນການພັດທະ ນາ ທາງດ້ານການແພດສ່ວນບຸກຄົນ.
ບັດປະຈຳຕົວປະຊາຊົນແບບດີຈີຕອນບໍ່ພຽງແຕ່ເປັນເອກະສານປະຈຳຕົວເທົ່ານັ້ນ, ແຕ່ມັນເປັນສ່ວນໜື່ງທີ່ສະທ້ອນໃຫ້ເຫັນເຖິງຄວາມກ້າວໜ້າທາງດ້ານເຕັກໂນໂລຊີທີທັນສະໄໝ ແລະ ເປັນເຄື່ອງມືທີ່ເຊື່ອມໂຍງກັບພາກລັດ ແລະ ເອກະຊົນ.
ຂໍ້ມູນຈາກ: ຄວາມສະຫງົບ