Vientiane Times Lao
ຈັບຜູ້ຄ້າ-ຂາຍຢາເສບຕິດ 4 ຄົນ ພ້ອມຢາບ້າ 240.000 ເມັດ

ຈັບຜູ້ຄ້າ-ຂາຍຢາເສບຕິດ 4 ຄົນ ພ້ອມຢາບ້າ 240.000 ເມັດ

ເຈົ້າໜ້າທີ່ຕໍາຫຼວດກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ກັກຕົວຜູ້ຄ້າ-ຂາຍຢາເສບຕິດ ຈໍານວນ 4 ຄົນ, ພ້ອມດ້ວຍຂອງກາງ ປະເພດຢາບ້າ 120 ມັດ ມີຈໍານວນ 240.000 ເມັດ, ຢາໄອ 60 ຫໍ່ ແລະ ລົດໃຫ່ຍ 2 ຄັນ ໃນວັນທີ 18 ມີນາ 2020 ທີ່ຜ່ານມາ.

ເຈົົ້າໜ້າທີ່ຕໍາຫຼວດ ປກສ ແຂວງ ບໍລິຄໍາໄຊ ໄດ້ແຈ້ງໃຫ້ຮູ້ວ່າ: ຜູ້ຖືກກ່າວຫາ ຈໍານວນ 4 ຄົນ (ຍິງ 2 ຄົນ) ເປັນຄົນລາວ ເຊິ່ງແມ່ນເປົ້າໝາຍຄ້າ-ຂາຍຢາເສບຕິດລາຍໃຫຍ່ ທີ່ເຈົົ້າໜ້າທີ່ໄດ້ຕິດຕາມມາໄລຍະໜຶ່ງແລ້ວ, ເຊິ່ງຜູ້ຖືກກ່າວຫາດັ່ງກ່າວ ແມ່ນຢູ່ບ້ານ ນໍ້າງຽບ ເມືອງປາກຊັນ ແຂວງບໍລິຄໍາໄຊ ແລະ ໄດ້ສະລະພາບເບື້ອງຕົ້ນວາ່: ຈະນໍາປະເພດຢາບ້າດັ່ງກ່າວ ຂ້າມໄປປະເທດເພື່ອນບ້ານ.

ປະຈຸບັນ ຜູ້ຖືກກ່າວຫາດັ່ງກ່າວພວມຖືກດໍາເນີນຄະດີ ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ປກສ ແຂວງ.

ຂ່າວ: ວຽງຈັນທາຍ

ພາບ: ປກສ ແຂວງບໍລິຄໍາໄຊ

Related Articles

Leave a Reply