ມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ V ໃນປີ 2028 ທີ່ຈະມາເຖິງນີ້ ແຂວງຈຳປາສັກ ຈະເປັນເຈົ້າພາບພາຍຫຼັງທີ່ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ໄດ້ຈັດຂຶ້ນ ຢູ່ນະຄອນຫຼວງວຽງຈັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດມື້ວານນີ້ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ພາຍຫຼັງໄດ້ດຳເນີນມາແຕ່ວັນທີ 14 ທັນວາ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວປິດຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.


