Vientiane Times Lao
ຈຳປາສັກ ປະເມີນຄືນການປະຕິບັດມາດຕະການຕ້ານໂຄວິດ-19

ຈຳປາສັກ ປະເມີນຄືນການປະຕິບັດມາດຕະການຕ້ານໂຄວິດ-19

ພະແນກສາທາລະນະສຸກ ແຂວງຈຳປາສັກ ໄດ້ເປີດກອງປະຊຸມປະເມີນຄືນການຈັດຕັ້ງປະຕິບັດມາດຕະການຕ້ານ ແລະ ຮັບມືໃນການປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ໃນວັນທີ 28 ເມສາ 2020 ຢູ່ແຂວງຈຳປາສັກ.

ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຄໍາເຫັນ ແລະ ປະເມີນຄືນການຈັດຕັ້ງປະຕິບັດການປ້ອງກັນພະຍາດໂຄວິດ-19 ໃນໄລຍະຜ່ານມາ ເປັນຕົ້ນວຽກງານອະນາໄມ, ຂ້າເຊື້ອພະຍາດ ຂອງຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ແຜນການສືບຕໍ່ຕ້ານພະຍາດໂຄວິດ-19 ໃນຕໍ່ໜ້າ.

ໃນຜ່ານມາ ທົ່ວແຂວງຈຳປາສັກ ມີຈຳນວນສູນຈໍາກັດບໍລິເວນ ທັງໝົດ 278 ສູນ, ປະຈຸບັນຍັງດໍາເນີນການຈໍາກັດບໍລິເວນຢູ່ພຽງແຕ່ 31 ສູນ, ສູນທີ່ປິດແລ້ວ 247 ສູນ ພາຍຫຼັງຜູ້ທີ່ເຂົ້າມາຕິດຕາມສັງເກດອາການຄົບກໍານົດ 14 ວັນ ແລະ ກວດບໍ່ພົບເຊື້ອ ແລະ ອະນຸຍາດໃຫ້ກັບບ້ານແລ້ວ.

ມາຮອດປະຈຸບັນ ມີຜູ້ໄປອອກແຮງງານຢູ່ປະເທດໄທ ແລະ ໄດ້ກັບມາບ້ານໂດຍ ເຂົ້າມາແຂວງຈໍາປາສັກ ທັງໝົດ 36 ພັນກວ່າຄົນ, ໃນນັ້ນເປັນຄົນລາວ 29 ພັນກວ່າຄົນ. ຜ່ານການກວດ ແລະ ເກັບຕົວຢ່າງຈາກກໍລະນີສົງໄສມາກວດ ແມ່ນບໍ່ພົບເຊື້ອພະຍາດໂຄວິດ-19.

ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ພະແນກສາທາລະນະສຸກ ແຂວງຈຳປາສັກ)

ພາບ: ພະແນກສາທາລະນະສຸກ ແຂວງຈຳປາສັກ

Related Articles

Leave a Reply