Vientiane Times Lao
ຈຳປາສັກ ສູ້ຊົນບໍ່ໃຫ້ຫຼຸດ 33 ຫຼຽນຄຳ ໃນງານກິລາແຫ່ງຊາດ ຄັ້ງທີ12

ຈຳປາສັກ ສູ້ຊົນບໍ່ໃຫ້ຫຼຸດ 33 ຫຼຽນຄຳ ໃນງານກິລາແຫ່ງຊາດ ຄັ້ງທີ12

ແຂວງຈຳປາສັກ ພ້ອມຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນບໍ່ໃຫ້ຫຼຸດ 33 ຫຼຽນຄໍາ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025.

ເມື່ອບໍດົນມານີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານສະຫະພັນກິລາແຂວງຈຳປາສັກ ເພື່ອເປັນການກະກຽມຄວາມພ້ອມເຂົ້າຮ່ວມໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ໂດຍການເປັນທານຂອງ ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງຈຳປາສັກ ທັງເປັນຜູ້ຊີ້ນຳວຽກງານກິລາແຂວງຈຳປາສັກ.

ໃນກອງປະຊຸມ ແຂວງຈຳປາສັກ ໄດ້ມີການກຳນົດ 24 ປະເພດຮ່ວມແຂ່ງຂັນ  ພ້ອມນັ້ນ ຍັງໄດ້ຄົ້ນຄວ້າບັນດາໜ້າວຽກ ແລະ ເງື່ອນໄຂຕ່າງໆ ຂອງບັນດາສະຫະພັນທີ່ຈະເຂົ້າຮ່ວມແຂ່ງຂັນ ໂດຍສະເພາະການຄົ້ນຄວ້າຄັດເລືອກນັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ເພື່ອຕາງໜ້າແຂວງຈຳປາສັກ ເຂົ້າຮ່ວມຊີງໄຊ ໃຫ້ບັນລຸເປົ້າໝາຍທີ່ຕັ້ງໄວ້.

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ໄດ້ກໍານົດ 33 ປະເພດກິລາ ຮ່ວມແຂ່ງຂັນ ແຕ່ແຂວງຈຳປາສັກ ໄດ້ກໍານົດສົ່ງນັກກິລາເຂົ້າຮ່ວມ 24 ປະເພດ: ບານເຕະ, ແລ່ນ-ລານ, ລອຍນ້ໍາ, ມວຍລາວ, ມວຍສາກົນ, ເທຄວັນໂດ, ບານສົ່ງ, ເປຕັງ, ໜ້າເກັກ, ໝາກເສິກ, ກະຕໍ້, ບານບ້ວງ, ໝາກຂ່າງ, ໝາກແລ້, ລົດຖີບ, ເພາະກາຍ, ດອກປີກໄກ່, ຍິງປືນ, ສະນຸກເກີ, ປັນຈັກສີລັດ, ວູຊູ, ຊັອບເທັນນິດ, ມວຍປ້ຳ ແລະ ກາຣາເຕໂດ.

ສໍາລັບ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ປີ 2022 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ແຂວງຈຳປາສັກ ໄດ້ອັນດັບທີ 7 ໂດຍ ຍາດໄດ້ 17 ຫຼຽນຄຳ, 21 ຫຼຽນເງິນ ແລະ 31 ຫຼຽນທອງ ລວມ 69 ຫຼຽນ, ສ່ວນອັນດັບ1 ເຈົ້າພາບ ຊຽງຂວາງ ຍາດມາໄດ້ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ.

ທີ່ມາ: ສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ

Related Articles

Leave a Reply