ກະຊວງແຜນການ ແລະ ການລົງທຶນໄດ້ແຈ້ງໃຫ້ຮູ້ວ່າ : ຢູ່ ສປປ ລາວ ມີ 53 ປະເທດທີ່ເຂົ້າມາລົງທຶນໃນຫຼາຍຂະແໜງການເປັນຕົ້ນແມ່ນ ພະລັງງານໄຟຟ້າ, ບໍ່ແຮ່, ການຄ້າ, ທ່ອງທ່ຽວ, ກະສິກຳ, ອຸດສາຫະກຳປຸງແຕ່ງ, ຫັດຖະກຳ ແລະ ອື່ນໆ….
ທ່ານ ນາງຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ກ່າວໃນບໍ່ດົນມານີ້ວ່າ: ຈາກ 53 ປະເທດທີ່ມາລົງທືນຢູ່ລາວ, ສປ ຈີນເປັນອັນດັບໜຶ່ງທີ່ມີການລົງທືນຢູ່ລາວຫຼາຍກວ່າປະເທດອື່ນໆ, ອັນດັບ 2 ແມ່ນນັກລົງທຶນຈາກປະເທດໄທ ແລະ ອັນດັບ 3 ແມ່ນ ສສ. ຫວຽດນາມ. ເປັນເວລາ 31 ປີ ຫຼື ນັບແຕ່ 1988-2019 ນັກລົງທຶນຈີນໄດ້ເຂົ້າມາລົງທຶນຢູ່ລາວຫຼາຍກວ່າ 11 ຕື້ໂດລາສະຫະລັດ ໃນຈໍານວນໂຄງການລົງທຶນທັງໜົດ 779 ໂຄງການຊຶ່ງປະກອບມີຫຼາຍຂະແໜງການເຊັ່ນ: ການຄ້າ, ການບໍລິການ, ກະສິກໍາ, ອຸດສາຫະກໍາ, ອະສັງຫາລິມມະຊັບ, ພະລັງງານໄຟຟ້າ, ບໍ່ແຮ່, ຫັດຖະກຳ ແລະ ອື່ນໆ.
ທ່ານ ນາງຄຳຈັນ ວົງແສນບຸນ ໄດ້ກ່າວຕື່ມວ່າ: ສະເພາະໂຄງການທີ່ພົ້ນເດັ່ນຂອງນັກລົງທຶນຈີນຢູ່ລາວ ແມ່ນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຊຶ່ງມີມູນຄ່າເກືອບ 6 ຕື້ໂດລາສະຫະລັດ ນອກນັ້ນຍັງມີໂຄງການກໍ່ສ້າງທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ແລະ ໂຄງການອື່ນໆ.
ຂ່າວ: ວຽງຈັນທາຍ
ພາບ: ສົມພາວັນ