ຈໍາກັດບໍລິເວນ ຫຼື ແຍກປ່ຽວ ແລະ ຢຸດການຊຸມແຊວທີ່ມີຈໍານວນຄົນເກີນ 10 ຄົນຂຶ້ນໄປ ແມ່ນໜຶ່ງໃນຫຼາຍມາດຕະການທີ່ສໍາຄັນ ທີ່ຄະນະສະເພາະກິດຮຽກຮ້ອງໃຫ້ທຸກຄົນຄວນປະຕິບັດເພື່ອເປັນການຕັດວົງຈອນການແຜ່ລາມ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19.
ໃນໂອກາດການຖະແຫຼງຂ່າວຕໍ່ສື່ມວນຊົນ ໃນມື້ວານນີ້, ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການ ຄະນະສະເພາະກິດ ກໍ່ໄດ້ຮຽກຮ້ອງມາຍັງທຸກຄົນ ແລະ ທຸກພາກສ່ວນໃນສັງຄົມຈົ່ງໃຫ້ການຮ່ວມມື ປະຕິບັດມາດຕະການຕ່າງໆ ຕາມຄໍາສັ່ງນາຍົກລັດຖະມົນຕີ ເລກທີ 06/ນຍ ເພື່ອໃຫ້ຕົວຈໍານວນຜູ້ຕິດເຊື້ອພະຍາດ ໂຄວິດ-19 ຢູ່ ສປປ ລາວ ຢຸດຢູ່ທີ່ 19 ຄົນ ເທົ່າເດີມ.
ພ້ອມດຽວກັນ ທາງຄະນະສະ່ເພາະກິດ ກໍ່ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ ເລີ່ມແຕ່ວັນທີ 20 ມີນາ 2020 ເປັນຕົ້ນມາ ມີຄົນລາວຈໍານວນຫຼວງຫຼາຍ ທີ່ໄປອອກແຮງງານຢູ່ໄທໄດ້ກັບຄືນມາລາວ ຕາມຈຸດຜ່ານແດນຕ່າງໆ ມີທັງໝົດ 113,404 ຄົນ, ເພື່ອຮອງຮັບສະຖານນະການດັ່ງກ່າວ ອໍານາດການປົກຄອງ ໄດ້ມີການຈັດກຽມສະຖານທີ່ຈໍາກັດບໍລິເວນໃນແຕ່ລະເມືອງ, ກຸ່ມບ້ານທົ່ວປະເທດລວມມີ 2,142 ສູນ ເຊິ່ງເປັນສະຖານທີ່ຮອງຮັບເຂົາເຈົ້າໄດ້ທັງໝົດ 68,534 ຄົນ ແລະ ໄດ້ຈໍາກັດບໍລິເວນຕົນເອງ ຢູ່ເຮືອນ 44,870 ຄົນ ໂດຍມີຄອບຄົວເປັນຜູ້ຢັ້ງຢືນ.
ມາຮອດວັນທີ 15 ເມສາ 2020 ທົ່ວປະເທດ ຍັງມີ 1,929 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 29,161 ຄົນ, ຈໍາກັດບໍລິເວນຢູ່ເຮືອນ 22,850 ຄົນ, ເກັບຕົວຢ່າງມາກວດວິເຄາະຫາເຊື້ອ ມີທັງໝົດ 115 ຄົນ ທັງໝົດບໍ່ພົບເຊື້ອ. ຈໍານວນໜຶ່ງແມ່ນອະນຸຍາດໃຫ້ກັບບ້ານ ພາຍຫຼັງຈໍາກັດບໍລິເວນຄົບ 14 ວັນ ແລ້ວ ກວດບໍ່ພົບເຊື້ອ.
ຂ່າວ: ວຽງຈັນທາຍ
ພາບ: ໜັງສືພິມຈໍາປາໃໝ່