Vientiane Times Lao
ຊອງ ແລະ ຕຸດຢາສຸບ ຕ້ອງມີຄຳເຕືອນສຸຂະພາບເປັນຮູບພາບ ແລະ ສະຫຼາກຮູບແບບໃໝ່

ຊອງ ແລະ ຕຸດຢາສຸບ ຕ້ອງມີຄຳເຕືອນສຸຂະພາບເປັນຮູບພາບ ແລະ ສະຫຼາກຮູບແບບໃໝ່

ພາຍຫຼັງວັນທີ 15 ສິງຫາ 2025, ຊອງ ແລະ ຕຸດຢາສຸບ ທຸກຍີ່ຫໍ້ທີ່ຈໍາໜ່າຍໃນທ້ອງຕະຫຼາດ ລວມທັງໃນຮ້ານຄ້າປອດພາສີທຸກແຫ່ງ ຈະຕ້ອງແມ່ນຄຳເຕືອນສຸຂະພາບເປັນຮູບພາບ ແລະ ສະຫຼາກຮູບແບບໃໝ່ ່ເພື່ອໂຄສະນາ-ສື່ສານກ່ຽວກັບຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບ ໃຫ້ສັງຄົມໄດ້ຮັບຮູ້ ຜ່ານຄໍາເຕືອນສຸຂະພາບ ທີ່ເປັນຮູບພາບຂະໜາດໃຫຍ່ຢູ່ຊອງ ແລະ ຕຸດຢາສູບ.

ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການພິມຄຳເຕືອນສຸຂະພາບຮູບແບບໃໝ່ ໃສ່ຊອງ ແລະ ຕຸດຢາສູບ ທຸກຊະນິດ ໃນວັນທີ 31 ກໍລະກົດ 2025   ທີ່ນະຄອນຫຼວງວຽງຈັນ ວ່າ: ຜ່ານການຈັດຕັ້ງປະຕິບັດ ຂໍ້ຕົກລົງກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ທີ່ກຳນົດໃຫ້ການພິມຄໍາເຕືອນກ່ຽວກັບສຸຂະພາບ ທີ່ເປັນຮູບພາບມີຂະໜາດ 75% ທີ່ອອກໃນປີ 2016 ມີຈໍານວນ 6 ຮູບ, ແຕ່ການປະຕິບັດຕົວຈິງ ບາງບໍລິສັດຢາສູບ ບໍ່ໄດ້ມີການພິມຮູບພາບ ແລະ ຄໍາເຕືອນ ຄົບຕາມຈຳນວນທີ່ກຳນົດໄວ້, ດັ່ງນັ້ນເພື່ອໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການຄວບຄຸມຢາສູບ (ສະບັບປັບປຸງ) ເລກທີ 09/ສພຊ ລົງວັນທີ 16 ພະຈິກ 2021, ກະຊວງສາທາລະນະສຸກ ຈຶ່ງໄດ້ອອກ ຂໍ້ຕົກລົງວ່າດ້ວຍການພິມຄໍາເຕືອນກ່ຽວກັບສຸຂະພາບ ແລະ ສະຫຼາກຜະລິດຕະພັນຢາສູບ ສະບັບເລກທີ 1090/ສທ ລົງວັນທີ 13 ພຶດສະພາ 2024, ໃນຂໍ້ຕົກລົງສະບັບດັ່ງກ່າວ ແມ່ນໄດ້ກໍານົດ 10 ຮູບພາບຄໍາເຕືອນສຸຂະພາບ ພ້ອມດ້ວຍ 10 ຄູ່ສະຫຼາກຄໍາເຕືອນ ຊຶ່ງບໍລິສັດຜະລິດຢາສູບ ທັງພາຍໃນ ແລະ ນໍາເຂົ້າຈາກຕ່າງປະເທດ ຕ້ອງໄດ້ພິມໃສ່ທຸກຊອງ ແລະ ຕຸດຢາສູບ ທີ່ຈໍາໜ່າຍ, ຊື້-ຂາຍ ທົ່ວ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ.

ການພິມຄໍາເຕືອນນີ້ ແມ່ນໜ້າທີ່ຂອງຜູ້ຜະລິດຢາສູບ ທີ່ຕ້ອງໄດ້ແຈ້ງເຕືອນໃຫ້ທຸກຄົນຮູ້ ແລະ ເຂົ້າໃຈວ່າ ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ມີຄວາມສ່ຽງສູງທີ່ຈະເປັນພະຍາດ ແບບດຽວກັບຮູບພາບຄໍາເຕືອນຂອງຊອງ ແລະ ຕຸດຢາສູບ, ພ້ອມທັງສາມາດຊ່ວຍປ້ອງກັນການລິເລີ່ມສູບຢາ ໃນເດັກ ແລະ ເຍົາວະຊົນ, ຊຸກຍູ້ສົ່ງເສີມໃຫ້ຄົນອອກຢາສູບໄດ້ ແລະ ຍັງເປັນອີກວິທີໜຶ່ງ ທີ່ຈະຊ່ວຍໃນການຕິດຕາມກວດກາ ແລະ ສະກັດກັ້ນຢາສູບເຖື່ອນ ຄຽງຄູ່ກັບການຕິດສະແຕມ ພາສີ-ອາກອນ.

ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ເປັນສາເຫດຂອງການເຈັບປ່ວຍທີ່ຮ້າຍແຮງ, ການພິການ ແລະ ກ້າວໄປເຖິງການເສຍຊີ ວິດກ່ອນໄວອັນຄວນ, ຕາມຂໍ້ມູນໃນໄລຍະຜ່ານມາ ສາເຫດການເສຍຊີວິດ ຂອງພົນລະເມືອງຄົນລາວ ທີ່ຕິດພັນກັບຢາສູບ ມີເຖິງ 6,700 ຄົນຕໍ່ປີ ຫຼື ສະເລ່ຍ ປະມານ 18 ຄົນຕໍ່ມື້ ກວມເອົາ 15% ຂອງການເສຍຊີວິດ ທັງໝົດໃນ ສປປ ລາວ.

Related Articles

Leave a Reply