ເຈົ້າໜ້າທີ່ສະເພາະກິດ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ອົງການປົກຄອງບ້ານໂພນຕ້ອງສະຫວາດ ໄດ້ກັກຕົວຜູ້ຖືກຫາ ຊື່ທ້າວ ສຸສະດາ ອາຍຸ 36 ປີ ກໍາມະກອນ ບ້ານໜອງປາໄນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 4 ສິງຫາ 2025 ທີ່ຜ່ານມາໃນຄະດີກໍ່ເຫດງັດແງະເຮືອນພັກ ແລ້ວລັກເອົາຊັບສິນມີຄ່າ ຢູ່ເຂດ ເມືອງໄຊເສດຖາພ້ອມຂອງກາງ ໂທລະສັບ 1 ໜ່ວຍ, ຄອມພິວເຕີໂນດບຸກ 1 ໜ່ວຍ, ກະເປົາເງິນ 1 ໜ່ວຍ, ນໍ້າຫອມ 1 ແກ້ວ ແລະ ເອກະສານອື່ນໆອີກຈໍານວນໜຶ່ງມາດໍາເນີນຄະດີ.
ຜ່ານການສອບສວນ ຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ເຄື່ອນໄຫວລັກຊັບມາແລ້ວ 3 ຄັ້ງຄື: ວັນທີ 22 ກໍລະກົດ 2025 ປີນເຂົ້າເຮືອນປະຊາຊົນ ຢູ່ເຂດບ້ານຈອມມະນີ ເມືອງໄຊເສດຖາ ລັກເອົາໂອຂັນ ສີທອງແດງ, ສີເງິນ ເອົາໄປຂາຍໄດ້ 700,000 ກີບ; ວັນທີ 27 ກໍລະກົດ 2025 ໄດ້ ລັກເອົາ ໂອຂັນ ສີທອງແດງ 2 ໜ່ວຍ ຢູ່ເຮືອນປະຊາຊົນ ເຂດບ້ານໂພນທັນ ເມືອງໄຊເສດຖາ ແລ້ວເອົາໄປຂາຍໄດ້ເງິນ 800,000 ກີບ ເຊີ່ງເງິນທີ່ໄດ້ມາແມ່ນເອົາໄປຫຼິ້ນເກມ ແລະ ໃຊ້ຈ່າຍຈົນໝົດ ແລະ ວັນທີ 3 ສິງຫາ 2025 ປີນຂຶ້ນລັກເຄື່ອງໃນອາພາດເມັ້ນ ຢູ່ບ້ານໂພນໄຊ ເມືອງໄຊເສດຖາ ລັກເອົາກະເປົາສາມໜ່ວຍ ທີ່ວາງໄວ້ໜ້າໂຕະ ແລະ ເຄື່ອງສຳອາງຈໍານວນໜຶ່ງ, ຈາກນັ້ນ ໄດ້ເຂົ້າໄປລັກເອົາຂອງທີ່ມີຄ່າຢູ່ຫ້ອງຂ້າງ.
ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພວມເລັ່ງສືບສວນສອບສວນ ເພື່ອຂະຫຍາຍຜົນຫາພັກພວກກຸ່ມແກ້ງທີ່ຮ່ວມຂະບວນການລັກຊັບພົນລະເມືອງ ມາດໍາເນີນຄະດີຕາມກົດໝາຍ ພ້ອມທັງເກັບກູ້ເຄື່ອງຂອງກາງທີ່ຖືກລັກໄປ ມາມອບຄືນໃຫ້ຜູ້ເປັນເຈົ້າຂອງ.
ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ