ຊາວກະສິກອນຜູ້ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນປີນີ້ ກຳລັງປະເຊີນກັບບັນຫາໃນການເຂົ້າ ເຖິງແຫຼ່ງເງິນກຸ້ຈາກສະຖາບັນການເງິນ.
ສິ່ງທີ່ພວກເຂົາເຈົ້າພົບພໍ້ໄດ້ແກ່ ການຮັບອັດຕາດອກເບ້ຍສູງກວ່າທີ່ພວກເຂົາເຈົ້າສາມາດຈ່າຍຄືນໄດ້ ແລະ ຕ້ອງປະຕິບັດຕາມເງື່ອນໄຂທີ່ຮັດກຸມຂອງສະຖາບັນເງີນກູ້.
ທ່ານ ພຸດທະສິນ ພິມມາຈັນ ຜູ້ປະສານງານກັບເຄືອຂ່າຍຊາວກະສິກອນລາວ ໄດ້ຍົກບັນຫາດັ່ງກ່າວຂຶ້ນມາເລົ່າໃຫ້ນັກຂ່າວໜັງສືພິມວຽງຈັນທາຍຟັງ ໃນອາທິດທີ່ຜ່ານມາວ່າ ບັນດາທະນາຄານ ແລະ ສະຖາບັນການເງິນຕ່າງໆໄດ້ວາງຂັ້ນຕອນການກູ້ຢືມເງິນຢ່າງເຂັ້ມງວດ ແລະ ຄິດໄລ່ອັດຕາດອກເບ້ຍສູງ. ສະຖາບັນການເງິນຫຼາຍແຫ່ງກຳລັງຄິດດອກເບ້ຍ 2-3% ຕໍ່ເດືອນເຊິ່ງຊາວກະສິກອນບໍ່ສາມາດທີ່ຈະຈ່າຍໄດ້.
ຊາວກະສິກອນໃນເຂດຫ່າງໄກສອກຫຼີກຍັງຕ້ອງການທຶນຮອນຢ່າງຫຼວງຫຼາຍເພື່ອນຳໃຊ້ເຂົ້າໃນການປູກພືດ ຂອງເຂົາເຈົ້າ ແຕ່ການເຂົ້າເຖິງການ ເງິນນັ້ນ ແມ່ນຍັງຈຳກັດຫຼາຍ.
ທ່ານ ພຸດທະສິນ ກ່າວວ່າ ນີ້ຍັງແມ່ນສິ່ງທ້າທາຍຕົ້ນຕໍໃນການຂັບເຄື່ອນການຜະລິດກະສິກຳຂອງບ້ານເຮົາ ໂດຍສະເພາະບັນດາພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ.
ທ່ານ ອະທິບາຍຕື່ມວ່າ: ປະຈຸບັນແມ່ນ ຮອດລະດູການປູກເຂົ້າ ແລະ ພືດລະດູແລ້ງແລ້ວ, ແຕ່ວ່າຊາວກະສິ ກອນຫຼາຍຄົນຂາດເຂີນທຶນຮອນທີ່ຈະເຮັດການຜະລິດດັ່ງກ່າວ. ບາງບ່ອນ ກຳລັງປະເຊີນກັບບັນຫາຂາດແຄນນ້ຳ ແລະ ຕ້ອງໄດ້ໃຊ້ຈັກສູບນ້ຳເຂົ້າມາໃສ່ຊົນລະປະທານເພື່ອສະໜອງໃຫ້ການຜະລິດຜົນລະປູກຂອງ ພວກເຂົາ. ນັ້ນກໍ່ໝາຍຄວາມວ່າປະຊາຊົນຕ້ອງໄດ້ໃຊ້ຈ່າຍເງິນຫຼາຍຂຶ້ນ ເພື່ອໃຊ້ຈ່າຍເຂົ້າໃນການຊົມໃຊ້ຄ່າກະແສໄຟຟ້າໃຫ້ເຄື່ອງສູບນ້ຳ.
ນີ້ແມ່ນບັນຫາຊ້ຳເຮື້ອທີ່ກຸ່ມຊາວກະສິກອນໄດ້ຍົກຂຶ້ນມາປຶກສາຫາລື ແລະ ຮຽກຮ້ອງກັບອຳນາດການປົກຄອງ ຫຼາຍຄັ້ງ, ແຕ່ການຮຽກຮ້ອງໃຫ້ມີການຊ່ວຍເຫຼືອນັ້ນບໍ່ເກີດຜົນຫຍັງ ແລະ ກໍ່ມິດໄປໃນທີ່ສຸດ.
ປະຈຸບັນກຸ່ມຊາວກະສິກອນຫວັງວ່າ ບັນດາສະຖາບັນການເງິນ, ທະນາຄານ ແລະ ກະຊວງຕ່າງໆທີ່ກ່ຽວຂ້ອງ ທີ່ໄດ້ຮັບຂໍ້ມູນຂ່າວສານເຫຼົ່ານີ້ ກໍ່ຂໍໃຫ້ນຳໄປພິຈາລະນາຢ່າງຖີ່ຖ້ວນ ກ່ຽວກັບອັດຕາດອກເບ້ຍດັ່ງກ່າວ, ພ້ອມທັງໃຫ້ທຶນຊ່ວຍເຫຼືອແກ່ຊາວກະສິກອນທີ່ໄດ້ຮັບຜົນກະທົບຈາກສະພາບດິນຟ້າອາກາດທີ່ຮ້າຍແຮງໃນປີນີ້.
ຂ່າວ: ວຽງຈັນທາຍ
ພາບ: ອຸ່ນຄຳ