Vientiane Times Lao
ຊາວໜຸ່ມແຂວງຈຳປາສັກ ຮ່ວມປະດິດອຸປະກອນກັນລະອອງຈາກການໄອ,ຈາມ ເພື່ອແຈກຢາຍ

ຊາວໜຸ່ມແຂວງຈຳປາສັກ ຮ່ວມປະດິດອຸປະກອນກັນລະອອງຈາກການໄອ,ຈາມ ເພື່ອແຈກຢາຍ

ຊາວໜຸ່ມອາສາສະໝັກ ແຂວງຈຳປາສັກ ຮ່ວມກັນປະດີດອຸປະກອນກັນລະອອງນ້ຳລາຍຈາກການໄອ, ຈາມ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອແຈກຢາຍ.

ອີງຕາມແຫຼ່ງຂ່າວຈາກໜັງສືພິມຈໍາປາໃໝ່, ຄະນະບໍລິຫານງານຊາວໜຸ່ມແຂວງຈຳປາສັກ ໄດ້ເຊີນເອົາຊາວໜຸ່ມອາສາສະໝັກຈາກພະ ແນກການ 9 ເມືອງ ແລະ 1 ນະຄອນ, ສະຖາບັນການສຶກສາພາຍໃນແຂວງຮ່ວມປະດິດອຸປະກອນກັນລະອອງຈາກການໄອ, ຈາມ ແລະ ນ້ຳລາຍ ໃນວັນທີ 20 ເມສາ 2020 ຢູ່ສະໂມສອນຂອງແຂວງ. 

ຈຸດປະສົງແມ່ນຈະປະດິດໃຫ້ໄດ້ຈຳນວນ 5.000 ອັນ ເພື່ອນຳໄປແຈກຢາຍໃຫ້ກຸ່ມສ່ຽງທີ່ອາດຈະຕິດພະຍາດໂຄວິດ-19 ຢູ່ສູນຈໍາກັດບໍລິເວນ ແລະ ໂຮງໝໍ.

ມາຮອດປະຈຸບັນ ຢູ່ແຂວງຈໍາປາສັກ ຍັງບໍ່ມີລາຍງານຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.

ຂ່າວ: ວຽງຈັນທາຍ

ພາບ:​ ໜັງສືພິມຈໍາປາໃໝ່

Related Articles

Leave a Reply