ຊາວໝຸ່ມເປັນກໍາລັງປະຈັນບານໃນທຸກສະໜາມຮົບ

ຊາວໝຸ່ມເປັນກໍາລັງປະຈັນບານໃນທຸກສະໜາມຮົບ

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 71 ປີ, ຊາວໜຸ່ມ ເປັນກຳລັງປະຈັນບານໃນທຸກສະໜາມຮົບ ຊາວໜຸ່ມແມ່ນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງປະເທດຊາດ ເປັນຜູ້ສືບທອດມູນເຊື້ອວິລະກໍາປະຫວັດສາດ ທີ່ຈົງຮັກພັກດີຂອງພັກ ແລະ ເປັນກໍາລັງປະຈັນບານຂອງການປະຕິວັດ ໃນການເຮັດສໍາເລັດພາລະກໍາປະຫວັດສາດ ການຕໍ່ສູ້ປົດປ່ອຍຊາດ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນວັນທີ 14 ເມສາ 1955 ຄະນະປະຈໍາສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕົກລົງສ້າງຕັ້ງສະມາ ຄົມຊາວໜຸ່ມຕະລຸມບອນຂຶ້ນ (ຊຶ່ງແມ່ນຕົ້ນກໍາເນີດຂອງ ຄຊປປລ ໃນປັດຈຸບັນ) ໄດ້ກາຍເປັນບາດລ້ຽວອັນສໍາຄັນທາງດ້ານປະຫວັດສາດໃນຊີວິດການເມືອງ-ສັງຄົມຂອງຂະບວນການຊາວໜຸ່ມ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນຊາວໜຸ່ມລາວໄດ້ຮັບການຝຶກຝົນຫຼໍ່ຫຼອມ ແລະ ນໍາພາໂດຍກົງຈາກພັກປະຊາຊົນປະຕິວັດລາວ ຜ່ານຜ່າການທົດສອບທ່າມກາງແປວໄຟປະຕິວັດ ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງນັບທັງດ້ານການເມືອງ-ແນວຄິດ, ການຈັດຕັ້ງເປັນກ້າວໆມາ. ຊາວໜຸ່ມລາວແຕ່ລະຮຸ້ນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດຂອງພັກ ຂອງຊາດໃນການເຕົ້າໂຮມຄວາມສາມັກຄີ ສຶກສາອົບຮົມຖັນແຖວຊາວໜຸ່ມ-ໄວໜຸ່ມປະຕິບັດພາລະບົດບາດເປັນກໍາລັງປະຈັນ ບານໃນທຸກສະໜາມຮົບ ແລະ ທຸກຂົງເຂດວຽກງານ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກແຫຼ່ງຕີນມືຂອງພວກມັນ. ຊາວໜຸ່ມຫຼາຍສະຫາຍໄດ້ເສຍສະຫຼະຊີວິດ, ອຸທິດເລືອດເນື້ອເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເພື່ອປົກປັກຮັກສາ ແລະ ກອບກູ້ເອົາຜືນແຜ່ນດິນອັນແສນຮັກຂອງຕົນ ເພື່ອຄວາມເປັນເອກະລາດແຫ່ງຊາດ, ຄວາມມີອິດສະຫຼະພາບ ແລະ ຄວາມຢູ່ເຢັນເປັນສຸກມາໃຫ້ປະ ຊາຊົນລາວບັນດາເຜົ່າຕາມຄໍາຂວັນທີ່ວ່າ: “ຍອມຕາຍດີກວ່າເສຍເອກະລາດ ບໍ່ຍອມໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຖືກທໍາລາຍ” ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສປປ ລາວ ຖັນແຖວຊາວໜຸ່ມ-ໄວໜຸ່ມ ກໍໄດ້ເປັນເຈົ້າການປະກອບສ່ວນປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງຊາວໜຸ່ມຍາມໃດກໍໄດ້ສະແດງໃຫ້ເຫັນເຖິງບົດບາດອັນຕັ້ງໜ້າຂອງຕົນ ເປັນກໍາລັງແຮງສໍາຄັນໃນການພັດທະນາປະເທດຊາດ ເປັນແຂນຂວາຂອງພັກ ທັງເປັນຜູ້ສືບທອດທີ່ຈົງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າຕະຫຼອດມາ.

ຕະຫຼອດໄລຍະ 71 ປີທີ່ຜ່ານມາ, ຊາວໜຸ່ມລາວໄດ້ສ້າງພາລະກໍາປະຫວັດສາດ ປະກອບສ່ວນເຂົ້າໃນມູນເຊື້ອປະຕິວັດຂອງຊາດ ເສີມຂະຫຍາຍມູນເຊື້ອບົດບາດປະຈັນບານຂອງຕົນເຂົ້າໃນການຈັດຕັ້ງປະຕິບັັດແນວທາງປ່ຽນແປງໃໝ່ຂອງພັກ ມະຕິກອງປະຊຸມໃຫຍ່ຂອງຊາວໜຸ່ມລາວທົ່ວປະເທດແຕ່ລະຄັ້ງ ແລະ ເນື້ອໃນຂໍ້ແຂ່ງຂັນແຕ່ລະໄລຍະ ໂດຍສະເພາະການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມ ຕິດພັນກັບມະຕິ 3 ສ້າງຂອງກົມການເມືອງສູນກາງພັກ, ເພື່ອສືບທອດມູນເຊື້ອຂອງຊາວໜຸ່ມຮຸ້ນກ່ອນ ພວກເຮົາຊາວໜຸ່ມຮຸ້ນສືບທອດຕ້ອງໄດ້ອອກແຮງເສີມຂະຫຍາຍມູນເຊື້ອຂອງຊາວໜຸ່ມຮຸ້ນກ່ອນ ເຂົ້າໃນພຶດຕິກໍາການເຄື່ອນ ໄຫວວຽກງານຕົວຈິງຂອງຊາວໜຸ່ມ, ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ຊາວໜຸ່ມ-ໄວໜຸ່ມມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີມານະຈິດອົດທົນ ມີຄຸນສົມບັດສິນທໍາປະຕິວັດ ຮໍ່າຮຽນເອົາມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ຂອງກອງທັບ ແລະ ຂອງຜູ້ນໍາຮຸ້ນກ່ອນໃຫ້ກາຍ ເປັນຜູ້ສືບທອດທີ່ດີຂອງປະເທດຊາດ, ເອົາໃຈໃສ່ປຸກລະດົມເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແໜ້ນໜາຢູ່ອ້ອມຂ້າງພັກນໍາພາ-ຊີ້ນໍາ ແລະ ປັບປຸງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງທາງດ້ານປະລິມານ ແລະ ຄຸນນະພາບ, ສ້າງທຸກເງື່ອນໄຂໃຫ້ຊາວໜຸ່ມໄດ້ເຄື່ອນໄຫວຕາມພາລະບົດບາດຂອງເຂົາເຈົ້າຢ່າງຕໍ່ເນື່ອງ. ຊາວໜຸ່ມແຕ່ລະຄົນຕ້ອງໄດ້ເປັນເຈົ້າການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມະຕິຄໍາສັ່ງຂອງຂັ້ນເທິງຂອງກົມກອງ ແລະ ຂອງ ຄຊປປລາວ ວາງອອກຢ່າງເຂັ້ມງວດ ເພື່ອກຽມພ້ອມເຮັດສໍາເລັດໜ້າທີ່ວຽກງານທີ່ຊາດ ແລະ ປະຊາຊົນມອບ ໝາຍໃຫ້.

ໂດຍ: ໂຊເລ້ ບຸນເຮືອງ

Related Articles

Leave a Reply