ຊີວິດການເປັນຢູ່ປະຊາຊົນເມືອງຊຽງຄໍ້ຈະດີຂຶ້ນພາຍຫຼັງເປີດນໍາໃຊ້ 4 ໂຄງການ

ຊີວິດການເປັນຢູ່ປະຊາຊົນເມືອງຊຽງຄໍ້ຈະດີຂຶ້ນພາຍຫຼັງເປີດນໍາໃຊ້ 4 ໂຄງການ

ພິທີເປີດນໍາໃຊ້ ຂົວ ແລະ ທາງ, ພ້ອມທັງມອບ ແລະ ຮັບ ການກໍ່ສ້າງສຳເລັດ 4 ໂຄງການ ທີ່ເປັນພື້ນຖານໂຄງລ່າງ ຢູ່ ເມືອງຊຽງຄໍ້ (ເມືອງວິລະຊົນ) ແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 31 ມີນານີ້ທີ່ຜ່ານມານີ້ ທີ່ແຂວງຫົວພັນ ໂດຍການເປັນປະທານຂອງ ທ່ານ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ຫົວໜ້າຄະນະຮັບຜິດຊອບຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ຂອງກະຊວງປ້ອງກັນປະເທດ ຊຶ່ງການເປີດນໍາໃຊ້ 4 ໂຄງການນີ້ ຈະເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນເມືອງຊຽງຄໍ້ຈະດີຂຶ້ນເທື່ອລະກ້າວ.

ການມອບ-ຮັບ ແລະ ເປີດນໍາໃຊ້ບັນດາໂຄງການຄັ້ງນີ້, ປະກອບມີ ໂຄງການກໍ່ສ້າງເສັ້ນທາງປູຢາງ ພາຍໃນເມືອງຊຽງຄໍ້ ມີຄວາມກວ້າງ 4 ແມັດ ແລະ 6 ແມັດ, ຄວາມຍາວທັງໝົດ 11.02 ກິໂລແມັດ; ໂຄງການກໍ່ສ້າງຂົວເບຕົງ ຂ້າມນ້ຳມ່າ ເມືອງຊຽງຄໍ້ ມີຄວາມຍາວ 208.50 ແມັດ ແລະ ຄວາມກວ້າງ ທັງໝົດ 10 ແມັດ, ໃນນີ້ ໜ້າທາງລົດແລ່ນ ກວ້າງ 7 ແມັດ ແລະ ທາງຄົນ ຍ່າງທັງສອງຂ້າງ ກວ້າງ ຂ້າງລະ 1.50 ແມັດ; ໂຄງການກໍ່ສ້າງປັບພື້ນທີ່ດິນເດີ່ນຄ້າຍທະຫານ ແລະ ເສັ້ນທາງເບຕົງເສີມເຫຼັກໜ້າທາງຄວາມກວ້າງ 5 ແມັດ (ໜ້າທາງເບຕົງກວ້າງ 3 ແມັດ) ແລະ ຄວາມຍາວທັງໝົດ 8.3 ກິໂລແມັດ; ໂຄງການກໍ່ສ້າງເສັ້ນທາງ ແຕ່ 3 ແຍກ ນາຕອງ ຫາ ສົບດຸ່ງ ຊາຍແດນ ລາວ – ຫວຽດນາມ ແລະ ຊາຍແດນ ຫຽວດນາມ – ລາວ ເມືອງຊຽງຄໍ້, ໜ້າທາງຄວາມກວ້າງ 6 ແມັດ (ໜ້າທາງເບຕົງ ກວ້າງ 4 ແມັດ) ແລະ ລວງຍາວທັງໝົດ 21.25 ກິໂລແມັດ. ບັນດາໂຄງການດັ່ງກ່າວ, ແມ່ນກະຊວງປ້ອງກັນປະເທດ ມອບໝາຍໃຫ້ ບໍລິສັດ ພີແອັດແອວ ກໍ່ສ້າງຄົບວົງຈອນຈໍາກັດຜູ້ດຽວ ດຳເນີນການກໍ່ສ້າງ ຊຶ່ງໄລຍະຈັດຕັ້ງປະຕິບັດໂຄງການຕາມສັນຍາຮັບເໝົາ ແມ່ນ 36 ເດືອນ ນັບແຕ່ ວັນທີ 21 ມັງກອນ 2025 ຫາ 21 ມັງກອນ 2028. ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງ ບໍລິສັດ ສາມາດ ປະຕິບັດສຳເລັດ ໂດຍໃຊ້ເວລາ ແຕ່ 19 ເດືອນ (ຈາກ 21 ມັງກອນ 2025 ຫາ 31 ມີນາ 2026) ໄວກ່ອນແຜນການທີ່ກໍານົດໄວ້ 17 ເດືອນ ຫຼື 47.22% ຂອງໄລຍະເວລາທັງໝົດ.

ຂ່າວ: ແຂວງຫົວພັນ

Related Articles

Leave a Reply