ປີນີ້ລະບົບຊົນລະປະທານ ທົ່ວປະເທດໄດ້ຮັບຜົນກະທົບຈາກໄພພິບັດທຳມະ ຊາດມີຈຳນວນທັງໝົດ 557 ໂຄງການ ໃນນັ້ນຖືກ ເສຍຫາຍ 497 ແຫ່ງ, ຫຼາຍກວ່າໝູ່ ແມ່ນຢູ່ແຂວງ ສາລະວັນ ມີ 113 ທີ່ເສຍ ຫາຍຈາກ 118 ໂຄງການ, ຮອງລົງມາແມ່ນແຂວງ ສະຫວັນນະເຂດ ມີ 102 ແຫ່ງ, ຈຳປາສັກ 96 ແຫ່ງ, ຄຳມ່ວນ 52 ແຫ່ງ ແລະ ແຂວງອື່ນໆ.
ໃນໂອກາດຊີ້ແຈງ ຕໍ່ການ ຊັກຖາມຂອງສະມະຊິກ ສະພາແຫ່ງຊາດ ກ່ຽວກັບ ແຜນການ ແລະ ມາດຕະ ການ ເພຶື່ອຜະລິດສະບຽງ ອາຫານ ທົດແທນຜົນເສຍ ຫາຍຈາກໄພທຳມະຊາດ ໃນປີ 2019 ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII, ທ່ານ ລຽນ ທີແກ້ວ ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ ຍົກໃຫ້ເຫັນວ່າ: ສະພາບໄພພິບັດໃນປີນີ້ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ຜົນຜະລິດກະສິ ກຳ ໂດຍສະເພາະລະບົບ ຊົນລະປະທານຖືກເປ່ເພ ນອກນັ້ນເນື້ອທີ່ການຜະ ລິດຖືກນ້ຳຖ້ວມເປັນຈຳ ນວນຫຼາຍ ໃນນີ້ໜັກ ກວ່າໝູ່ແມ່ນຢູ່ແຂວງ ສະຫວັນນະເຂດມີເນື້ອທີ່ ນາເສຍຫາຍຫຼາຍກວ່າ 40,000 ກວ່າເຮັກຕາ, ຮອງ ລົງມາແມ່ນຢູ່ແຂວງ ສາລະວັນ, ຈຳປາສັກ ແລະ ຄຳມ່ວນ ເຊິ່ງບັນດາແຂວງ ເຫຼົ່ານີ້ ແມ່ນເປັນບ່ອນຜະ ລິດເຂົ້າທີ່ສຳຄັນ ເພື່ອ ຕອບສະໜອງໃຫ້ສັງຄົມ ແລະ ສົ່ງອອກ ຊຶ່ງຄາດຄະ ເນວ່າຜົນຜະລິດເຂົ້າໄດ້ ເສຍຫາຍປະມານ 4,5 ແສນກວ່າໂຕນ.
ທ່ານ ລຽນ ທີແກ້ວ ໄດ້ແຈ້ງໃຫ້ຮູ້ຕື່ມວ່າ: ໃນສະເພາະໜ້ານີ້ ຕ້ອງໄດ້ ປຸກລະດົມກຳລັງແຮງໃນ ສັງຄົມ, ການຈັດຕັ້ງ ແລະ ທຸກພາກສ່ວນເສດຖະກິດ ຮ່ວມແຮງກັນຟື້ນຟູພື້ນ ຖານເສດຖະກິດ ໂດຍ ສະເພາະແມ່ນດ້ານກະສິກຳ ແລະ ຊ່ວຍກັນເລັ່ງ ແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບ ຜົນກະທົບດັ່ງກ່າວ ໃນຂອບເຂດທົ່ວປະເທດ ໃຫ້ກັບເຂົ້າສູ່ສະພາບປົກ ກະຕິໂດຍໄວ ເພື່ອສືບຕໍ່ ຄວາມໝັ້ນຄົງ ດ້ານສະ ບຽງອາຫານຂອງຊາດ ໃຫ້ເຂັ້ມແຂງ.
ຂ່າວ: ບົວຜັນ
ແຟ້ມພາບ: ໜັງສືພິມກອງທັບ