Vientiane Times Lao
ຊ່ອງ​ທາງ​ທາງ​ອາ​ກາດ​ທີ່​ປົກ​ຄຸມ​ເຖິງ​ 6 ແລວ​ເສດ​ຖະ​ກິດໃຫຍ່ ​ຕາມ“ໜຶ່ງ​ແລ​ວ​ໜຶ່ງ​ເສັ້ນ​ທາງ” ກໍ່​ຕົວ​ຂຶ້ນ​ໃນ​ເບື້ອງ​ຕົ້ນ

ຊ່ອງ​ທາງ​ທາງ​ອາ​ກາດ​ທີ່​ປົກ​ຄຸມ​ເຖິງ​ 6 ແລວ​ເສດ​ຖະ​ກິດໃຫຍ່ ​ຕາມ“ໜຶ່ງ​ແລ​ວ​ໜຶ່ງ​ເສັ້ນ​ທາງ” ກໍ່​ຕົວ​ຂຶ້ນ​ໃນ​ເບື້ອງ​ຕົ້ນ

ເນື່ອງ​ໃນ​ໂອ​ກາດ​ທີ່ຈີນ ​ສະ​ເໜີ​ຂໍ້​ລິ​ເລີ່ມ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄົບ​ຮອບ 12 ປີ, ຫວ່າງ​ມໍ່ໆ​ມາ​ນີ້, ອົງ​ການ​ການ​ບິນ​ພົນ​ລະ​ເຮືອນ​ຈີນ, ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ ແລະ ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ ​ຮ່ວມ​ກັນ​ເປີດ​ເຜີຍ “ບົດ​ລາຍ​ງານ​ການ​ສ້າງ​ສາ​ພັດ​ທະ​ນາ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ອາ​ກາດ”, ​ໂດຍ​ໄດ້ແນະ​ນຳ​ຜົນງານ​ການ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ອາ​ກາດ​ຢ່າງ​ຮອບ​ດ້ານ, ພ້ອມ​ທັງ​ເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​​ຕື່ມ​ອີກ ແລະ ກໍານົດວິໄສທັດການຮ່ວມມື ໃນອະ​ນາ​ຄົດ​.

ບົດ​ລາຍ​ງານ​ລະ​ບຸ​ວ່າ: ປັດ​ຈຸ​ບັນ, ຈີນ ໃຫ້ບໍລິການເຮືອບິນໂດຍສານປະຈໍາ ​ໄປ 61 ປະ​ເທດ​ທີ່ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ​ເຮືອ​ບິນ​ຂົນ​ສົ່ງ​ສິນ​ຄ້າ​ ​ໄປ 33 ປະ​ເທດ​, ນັບ​ມາ​ຮອດ​ປັດ​ຈຸ​ບັນ, ບໍ​ລິ​ສັດ​ການ​ບິນ​ຂອງ​ຈີນ​ ໄດ້​ເປີດ​ເສັ້ນ​ທາງ​ການ​ບິນ​ສາ​ກົນ​ໄປ​ເຖິງ​ປະ​ເທດ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ລວມ​ທັງ​ໝົດ 110 ປະ​ເທດ, ເຊິ່ງໄດ້​ສ້າງ​ຊ່ອງ​ທາງ​ທາງ​ອາ​ກາດ​ທີ່​ປົກ​ຄຸມ​ເຖິງ 6 ແລວ​ເສດ​ຖະ​ກິດ​ໃຫຍ່ ຕາມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃນ​ເບື້ອງ​ຕົ້ນ.

Related Articles

Leave a Reply