Vientiane Times Lao
ຊ່ຽວຊານແພດທະຫານລາວ-ຈີນ ແລກປ່ຽນບົດຮຽນດ້ານວິຊາການແພດ

ຊ່ຽວຊານແພດທະຫານລາວ-ຈີນ ແລກປ່ຽນບົດຮຽນດ້ານວິຊາການແພດ

ທະຫານອາກາດກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະທີມງານແພດປ້ອງກັນ ແລະ ຕອບໂຕ້ພະຍາດໂຄວິດ-19 ໄດ້ພົບປະເພື່ອແລກປ່ຽນບົດຮຽນດ້ານວິຊາການກັບ ທີມແພດກອງທັບປະຊາຊົນລາວ.

ການພົບປະດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບປະຊາຊົນລາວ ໂດຍສືບຕໍ່ປະຕິບັດຕາມຄໍາສັ່ງຊີ້ນໍາຂອງ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ຕໍ່ການຊ່ວຍເຫຼືອບັນດາປະເທດຕ່າງໆ ໃນການປ້ອງກັນພະຍາດໂຄວິດ-19.

ໃນໂອກາດພົບປະຄັ້ງນີ້ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບປະຊາຊົນລາວ ກໍ່ໄດ້ລາຍງານກ່ຽວກັບລະບົບການຈັດຕັ້ງ, ພາລະບົດບາດຄວາມຮັບຜິດຊອບຂອງຕົນ, ການຝຶກອົບຮົມ, ການກະກຽມຄວາມພ້ອມທາງດ້ານພາຫະນະເຕັກນິກ, ດ້ານວິຊາການ, ເຄຶ່ອງມືອຸປະກອນການແພດ ໂດຍສະເພາະແມ່ນໃນໄລຍະການລະບາດຂອງພະຍດ ໂຄວິດ-19.

ພ້ອມດຽວກັນ ຄະນະຊ່ຽວຊານແພດຈີນ ກໍ່ໄດ້ສະເໜີລາຍງານບົດຮຽນກ່ຽວກັບສະພາບການປະຕິບັດຕອບໂຕ້ຕົວຈິງກັບພະຍາດໂຄວິດ-19 ຢູ່ ສປ ຈີນ ໃນໄລຍະຜ່ານມາ.

ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ສື່ມວນຊົນ ກອງທັບປະຊາຊົນລາວ)

ພາບ: ສື່ມວນຊົນກອງທັບປະຊາຊົນລາວ

Related Articles

Leave a Reply