Vientiane Times Lao
ຍັງພົບການແຕ່ງງານແອບແຝງຈົນນຳໄປສູ່ຂະບວນການຄ້າມະນຸດ ຢູ່ແຂວງຫລວງນໍ້າທາ

ຍັງພົບການແຕ່ງງານແອບແຝງຈົນນຳໄປສູ່ຂະບວນການຄ້າມະນຸດ ຢູ່ແຂວງຫລວງນໍ້າທາ

ພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຫຼວງນໍ້າທາໄດ້ແຈ້ງໃຫ້ຮູ້ວ່າ: ພາຍໃນແຂວງຫຼວງນໍ້າທາຍັງພົບຜູ້ເຄາະຮ້າຍຈາກການຄ້າມະນຸດ ໂດຍເກີດຈາກການຕົວະຍົວະຫຼອກລວງຜ່ານນາຍໜ້າ ເພື່ອໂຄສະນາຂົນຂວາຍເອົາແມ່ຍິງໄປເຮັດວຽກ, ໄປທ່ອງທ່ຽວ, ໄປແຕ່ງດອງກັບຄົນຕ່າງປະເທດ ແລະ ອື່ນໆ.

ທ່ານ ພັຕ ສີວຽງ ສົມສີພາ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຫຼວງນໍ້າທາໄດ້ກ່າວໃນບໍ່ດົນມານີ້ວ່າ: ໃນປີ 2019 ທີ່ຜ່ານມາ, ທາງພະແນກ ໄດ້ສົມທົບກັບສະຫະພັນແມ່ຍິງ ແຂວງຫຼວງນໍ້າທາໃນການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ແລະ ໄດ້ມີຜູ້ຖືກເຄາະຮ້າຍ ມາພັກເຊົາຢູ່ສູນພັກເຊົາຊົ່ວຄາວຈຳນວນ 106 ຄົນເປັນເພດຍິງທັງໜົດ (ຕ່າງປະເທດ 7 ຄົນ) ໃນນີ້ມີອາຍຸຕໍ່າກວ່າ 18 ປີ 13 ຄົນ (ລາວ 6 ຄົນ ແລະ ຄົນຕ່າງປະເທດ 7 ຄົນ). ຈໍານວນຜູ້ຖືກເຄາະຮ້າຍດັ່ງກ່າວເກີດຈາກການແຕ່ງງານດອງແອບແຝງ 82 ຄົນ, ຖືກບັງຄັບໃຫ້ຂາຍການບໍລິການທາງເພດ 3 ຄົນ, ເຂົ້າເມືອງຜິດກົດໝາຍ 11 ຄົນ, ຖືກຂູດຮີດແຮງງານ 6 ຄົນ ແລະ ຖືກຂູດຮີດທາງເພດ 4 ຄົນ.

ທ່ານ ພັຕ ສີວຽງ ໄດ້ກ່າວຕື່ມອີກວ່າ: ປັດຈຸບັນໄດ້ສົ່ງຜູ້ຖືກເຄາະຮ້າຍດັ່ງກ່າວກັບຖິ່ນກໍາເນີດໃຫ້ຜູ້ປົກຄອງແລ້ວ 33 ຄົນ, ສົ່ງໃຫ້ສູນເພື່ອໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂອງສູນສະຫະພັນແມ່ຍິງລາວຈໍານວນ 66 ຄົນ ແລະ ອີກ 7 ຄົນທີ່ເປັນຄົນຕ່າງປະເທດກໍ່ໄດ້ສົ່ງກັບປະເທດພວກເຂົາເປັນທີ່ຮຽບຮ້ອຍແລ້ວ.

ຂ່າວ: ຮທ ທະວີສັກ 

ພາບ: ສົມພາວັນ

Related Articles

Leave a Reply