Vientiane Times Lao
ຍັງພົບບາງຫົວໜ່ວຍທຸລະກິດ ແລະ ຄົນຕ່າງປະເທດເຂົ້າມາລາວ ທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມລະບຽບຂອງ ສປປ ລາວ

ຍັງພົບບາງຫົວໜ່ວຍທຸລະກິດ ແລະ ຄົນຕ່າງປະເທດເຂົ້າມາລາວ ທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມລະບຽບຂອງ ສປປ ລາວ

ກະຊວງປ້ອງກັນຄວາມສະຫງົບ ໄດ້ແຈ້ງໃຫ້ ຮູ້ວ່າ: ກະຊວງປ້ອງກັນຄວາມສະຫງົບຈະ ເລັ່ງກວດຄົນເຂົ້າ-ອອກປະເທດຄືນໃຫ້ລະ ອຽດຢູ່ບັນດາດ່ານຕ່າງໆ ເພື່ອໃຫ້ຈໍາແນກ ໄດ້ວ່າ ຄົນຕ່າງປະເທດນັ້ນເປັນນັກທ່ອງ ທ່ຽວ ຫຼື ນັກທຸລະກິດທີ່ເຂົ້າມາລາວ ໂດຍຈະຈັດແບ່ງປະເພດໃຫ້ລະອຽດ ນໍາໃຊ້ເຄື່ອງມືທີ່ທັນສະໄໝມາຕິດຕັ້ງ.  ປະຈຸບັນທົ່ວປະເທດມີດ່ານສາກົນ 27 ດ່ານ ແລະ ການເກັບກໍາຂໍ້ມູນລະອຽດໂດຍນໍາໃຊ້ ເຄື່ອງມືທີ່ທັນສະໄໝນີ້ແມ່ນ ເພື່ອຮັບປະກັນ ໃນການບັນທຶກຂໍ້ມູນຢູ່ແຕ່ລະດ່ານໃຫ້ ລະອຽດ ແລະ ຊັດເຈນກ່ອນທີ່ຈະສົ່ງໃຫ້ ສູນກາງ ໂດຍມີຈຸດປະສົງເພື່ອມາແກ້ໄຂບັນ ຫາທີ່ວ່າຄົນຕ່າງປະເທດມາເຄື່ອນໄຫວຢູ່ ລາວ ນັ້ນຖືກຕ້ອງຕາມກົດໝາຍ ຫຼື ເຂົ້າມາ ໃນນາມນັກທ່ອງທ່ຽວ ແຕ່ມາເຮັດ ທຸລະກິດ ຫຼື ມາອອກແຮງງານຫາເງິນຢູ່ລາວ, ເຊິ່ງບໍ່ ຖືກຕ້ອງຕາມລະບຽບ ກົດໝາຍຂອງ ສປປ ລາວ.

ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວໃນບໍ່ດົນມານີ້ວ່າ: ວຽກງານຈຸດສຸມ ທີ່ທາງກະຊວງປ້ອງກັນ ຄວາມສະຫງົບ ຈະເລັ່ງປະຕິບັດໃນປີ 2020 ນີ້ ແມ່ນຈະສືບ ຕໍ່ເກັບກຳຄົນຕ່າງປະເທດ ຫຼື ນັກທ່ອງທ່ຽວ ທີ່ເຂົ້າມາລາວດ້ວຍຈຸດປະສົງ ໃດໃຫ້ມີ ຄວາມຊັດເຈນ, ໃຫ້ມີຖານຂໍ້ມູນ ທີ່ລະອຽດ ພ້ອມທັງຈັດແບ່ງປະເພດໃຫ້ຖືກ ຕາມກົດ ໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງຂອງ ລາວ. ຂໍ້ມູນດັ່ງກ່າວຈະອໍານວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ໃນການຄຸ້ມຄອງຄົນຕ່າງປະ ເທດ, ບັນດາຫົວໜ່ວຍທຸລະກິດຕ່າງໆ ໃນນີ້ລວມທັງຫົວໜ່ວຍທຸລະກິດການ ທ່ອງທ່ຽວຂອງຕ່າງປະເທດທີ່ມາເຄື່ອນ ໄຫວຢູ່ລາວວ່າຖືກຕ້ອງ ຕາມລະບຽບ ການຫຼືບໍ່ ແລະ ຖ້າຖືກຕ້ອງ ຈະສືບຕໍ່ສັນ ຍາຫຼືບໍ່ແມ່ນອີງໃສ່ການປະຕິບັດຜ່ານມາ ແລະ ຖ້າບໍ່ຖືກຕ້ອງແມ່ນຈະປະຕິບັດຕາມ ກົດໝາຍຂອງ ສປປ ລາວ.

ທ່ານ ພົນໂທ ວິໄລ ໄດ້ກ່າວຕື່ມວ່າ: ການຈັດ ແບ່ງປະເພດຄົນຕ່າງປະເທດເຂົ້າມາລາວໃຫ້ລະອຽດນີ້ ອີກອັນໜຶ່ງກໍ່ເພື່ອແກ້ໄຂ ບັນຫາ ປະກົດການຫຍໍ້ທໍ້ຕ່າງໆທີ່ພົວພັນ ກັບຄົນຕ່າງປະເທດໃຫ້ໄດ້ຢ່າງເດັດຂາດ ແລະ ເຮັດໃຫ້ການເຄື່ອນໄຫວທຸລະກິດຂອງ ຄົນຕ່າງປະເທດຢູ່ລາວໃຫ້ແທດເໝາະກັບ ກົດໝາຍ ແລະ ກົດລະບຽບຂອງ ສປປ ລາວ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply