ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າຈຳນວນ 526,999 ໂດລາສະຫະລັດ ໃນວັນທີ 3 ທັນວາ 2019 ເພື່ອຊ່ວຍເຫຼືອການປັບປຸງການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຊົນເຜົ່າທີ່ ແຂວງອຸດົມໄຊ, ສປປ ລາວ.
ການຊ່ວຍເຫຼືອດັ່ງກ່າວ ແມ່ນໂຄງການທີ່ມີຊື່ວ່າ “ການສຶກສາຂັ້ນພື້ນຖານສຳລັບເດັກນ້ອຍຊົນເຜົ່າທີ່ ແຂວງອຸດົມໄຊ” ເຊິ່ງໃນປີທີ 1 ມີຈຸດປະສົງທີ່ຈະປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ ແລະ ກະກຽມກ່ອນເຂົ້າຮຽນໃຫ້ແກ່ເດັກນ້ອຍຊົນເຜົ່າທີ່ເມືອງປາກແບ່ງ, ແຂວງອຸດົມໄຊ. ໂຄງການດັ່ງກ່າວຈະຍົກລະດັບຄວາມສາມາດຜູ້ຝຶກສອນ ແລະ ຜູ້ປົກຄອງໃນລະດັບກ່ອນ ແລະ ຂັ້ນປະຖົມສຶກສາ. ໂຄງການນີ້ຈະກໍ່ສ້າງຫ້ອງຮຽນກ່ອນຂັ້ນປະຖົມສຶກສາໃຫ້ໂຮງຮຽນ 9 ແຫ່ງ ຊຶ່ງຈະກໍ່ສ້າງໂຮງຮຽນ 3 ແຫ່ງຕໍ່ປີ. ການຝຶກອົບຮົມຄູອາຈານ ແລະ ຜູ້ປົກຄອງໃຫ້ແກ່ທຸກໂຮງຮຽນ ເປົ້າໝາຍນັ້ນຈະຖືກຈັດຕັ້ງປະຕິບັດແຕ່ປີທຳອິດຫາປີທີ 3.
ພິທີເຊັນສັນຍາໂຄງການດັ່ງກ່າວໄດ້ຈັດຂຶ້ນທີ່ສະຖານທູດຍີ່ປຸ່ນ ໃນວັນທີ 03 ທັນວາ 2019 ລະຫວ່າງ ທ່ານ ທາເກວາກະ ເຄໂຊ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານນາງ ຊູຊູມູຣະ ຄຸມິໂກະ, ຜູ້ຈັດການໂຄງການຂອງອົງການແພລນສາກົນປະຈຳປະເທດຍີ່ປຸ່ນ (Plan International Japan) ເຊິ່ງເປັນອົງການບໍ່ຫວັງຜົນກຳໄລຈາກປະເທດຍີ່ປຸ່ນ ທີ່ລິເລີ່ມ ແລະ ຈັດການໂຄງການດັ່ງກ່າວ. ສຳລັບການເຊັນສັນຍາຊ່ວຍ ເຫຼືອຄັ້ງນີ້ແມ່ນການສະໜັບສະໜຸນທຶນປີທຳອິດຂອງໂຄງການທີ່ມີອາຍຸ 3 ປີ.
ອົງການແພລນ ສາກົນຕ້ອງການທີ່ຈະເຫັນໂລກທີ່ເດັກນ້ອຍທຸກຄົນຮັບຮູ້ ເຖິງທ່າແຮງບົ່ມຊ້ອນຂອງພວກເຂົາ ແລະ ພະຍະຍາມທີ່ຈະເຮັດໃຫ້ໂລກ ເຮົາຍົກສູງສິດທິເດັກນ້ອຍ ແລະ ຄວາມສະເໝີພາບໃຫ້ແກ່ເດັກນ້ອຍຍິງ. ພວກເຂົາເຮັດວຽກນຳເດັກນ້ອຍ, ໂຮງຮຽນ ແລະ ລັດຖະບານທົ່ວທຸກມຸມໂລກ ລວມເປັນຈຳນວນຫຼາຍ ກວ່າ 70 ປະເທດ.
ຂ່າວ: ວຽງຈັນທາຍ
ພາບ: ສະຖານທູດຍີ່ປຸ່ນປະຈຳລາວ