Vientiane Times Lao
ຍີ່ປຸ່ນຊ່ວຍສ້າງອາຄານຮຽນ ແລະ ຫ້ອງນ້ຳຢູ່ແຂວງອັດຕະປື

ຍີ່ປຸ່ນຊ່ວຍສ້າງອາຄານຮຽນ ແລະ ຫ້ອງນ້ຳຢູ່ແຂວງອັດຕະປື

ລັດຖະບານຍີ່ປຸ່ນຊ່ວຍເຫຼືອທຶນມູນຄ່າປະມານ 97,139 ໂດລາ ເພື່ອສະໜັບສະໜູນ “ໂຄງການກໍ່ສ້າງອາຄານໂຮງຮຽນມັດທະ ຍົມສຶກສາສົມບູນສົມສຸກ” ຢູ່ແຂວງອັດຕະປື ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP).

ທຶນດັ່ງກ່າວຈະໃຊ້ກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນໃຫ້ແກ່ໂຮງຮຽນດັ່ງກ່າວເພື່ອປັບປຸງສະພາບແວດລ້ອມການສຶກສາ ແລະ ສຸຂານາໄມຂອງເດັກນ້ອຍໃນໂຮງຮຽນເປົ້າໝາຍ.

ພິທີເຊັນສັນຍາການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ຫ້ອງວ່າການປົກຄອງແຂວງອັດຕະປືລະຫວ່າງທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ພາວັນດີ ສອນທະວີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສະໜາມໄຊ ໂດຍມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ.

ທີ່ມາຂໍ້ມູນ-ພາບ: ສະຖານທູດຍີ່ປຸ່ນປະຈຳລາວ

Related Articles

Leave a Reply