Vientiane Times Lao
ຍີ່ປຸ່ນສືບຕໍ່ຊ່ວຍຄົນພິການລາວໃນການສ້າງລາຍຮັບ

ຍີ່ປຸ່ນສືບຕໍ່ຊ່ວຍຄົນພິການລາວໃນການສ້າງລາຍຮັບ

ຫວ່າງບໍ່ດົນມານີ້ ລັດຖະບານຍີ່ປຸ່ນກໍ່ຄືສະຖານທູດຍີ່ປຸ່ນປະຈຳ ສປປ ລາວໄດ້ມີການເຊັນສັນຍາມູນຄ່າຫຼາຍກວ່າ 375,000 ໂດລາສະຫະລັດ ເພື່ອສືບຕໍ່ໂຄງການສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ແລະ ກິດຈະກໍາການສ້າງລາຍຮັບສໍາລັບຄົນພິການໂດຍສະເພາະແມ່ນແມ່ຍິງພິການຢູ່ ສປປ ລາວ.

ໂຄງການດັ່ງກ່າວມີເປົ້າໝາຍທີ່ຈະຊ່ວຍເຫຼືອຜູ້ພິການດັ່ງກ່າວ, ໂດຍສະເພາະແມ່ຍິງທີ່ມີໂອກາດໃນການເຮັດວຽກທີ່ຈຳກັດ ເພື່ອໃຫ້ພວກເຂົາໄດ້ສ້າງລາຍຮັບຂະໜາດນ້ອຍ ໂດຍສະມາຄົມເພື່ອຊ່ວຍເຫຼືອ ແລະ ບັນເທົາທຸກ ແຫ່ງປະເທດຍີ່ປຸ່ນ ຫຼື AAR Japan ຈະຈັດການຝຶກອົບຮົມກ່ຽວກັບການປູກເຫັດ, ລ້ຽງປາດຸກ ແລະ ກົບ ລວມໄປເຖິງການຊີ້ນຳພາກປະຕິບັດໂຕຈິງເພື່ອເພິ່ມແຮງຈູງໃຈໃຫ້ກັບຜູ້ພິການໃຫ້ສືບຕໍ່ການຜະລິດດ້ວຍໂຕຂອງເຂົາເຈົ້າເອງ.

ໂຄງການນີ້ຍັງໄດ້ເສີມຂະຫຍາຍຄວາມເຂົ້າໃຈກ່ຽວກັບຄົນພິການໃຫ້ແກ່ຊຸມຊົນຜ່ານການຈັດກິດຈະກຳເສີມສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊົນເພື່ອທີ່ຈະທຳລາຍກຳແພງພາຍໃນສັງຄົມທີ່ກີດຂວາງໂອກາດຂອງຜູ້ພິການ. ໂດຍການຮ່ວມມືກັນສ້າງສະພາບແວດລ້ອມທີ່ຄົນທຸກໆຄົນໂດຍບໍ່ມີການຈຳແນກ ເຊິ່ງສາມາດເຂົ້າຮ່ວມໄດ້, ທາງອົງການ AAR Japan ຄາດຫວັງທີ່ຈະເຫັນສັງຄົມທີ່ບໍ່ມີການແບ່ງແຍກ ແລະ ເປັນບ່ອນທີ່ຄົນພິການສາມາດເພິ່ງພາຕົນເອງດຳລົງຊີວິດໃນສັງຄົມມີຊີວິດໄດ້.

ພິທີເຊັນສັນຍາໂຄງການໄດ້ຖືກຈັດຂຶ້ນ ທີ່ສະຖານທູດຍີ່ປຸ່ນ, ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ທາເກວາກະເຄໂຊ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານນາງ ຄາຊຸມິ ຄຸໂບຕະ, ໂຕແທນຈາກ AAR Japan. ການເຊັນດັ່ງກ່າວເປັນການຕໍ່ສັນຍາການຊ່ວຍເຫຼືອ ແລະ ສະໜັບສະໜຸນທຶນປີສຸດທ້າຍຂອງໂຄງການທີ່ມີອາຍຸ 2 ປີ.

ອົງການ AAR Japan ໄດ້ເຄື່ອນໄຫວກິດຈະກຳໃນ ສປປ ລາວ ຕັ້ງແຕ່ ປີ 2000 ເປັນຕົ້ນມາ ແລະ ໄດ້ຈັດການຝຶກອົບຮົມກ່ຽວກັບການປະຖົມພະຍາບານຂັ້ນຕົ້ນໃນກໍລະນີມີອຸປະຕິເຫດຈາກຈາກລະເບີດທີ່ບໍ່ທັນແຕກ (UXO), ແລະ ການຈັດຕັ້ງໂຄງການປັບປຸງການບໍລິການດ້ານສຸຂະພາບ ແມ່ ແລະ ເດັກ ໂດຍເປັນທຶນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ.

ຂ່າວ: ວຽງຈັນທາຍ

ພາບ: ສະຖານທູດຍີ່ປຸ່ນປະຈຳລາວ

Related Articles

Leave a Reply