Vientiane Times Lao
ຍີ່ປຸ່ນ ຊ່ວຍທຶນປັບປຸງໂຮງໝໍ 4 ແຂວງພາກໃຕ້ ຂອງ ສປປ ລາວ

ຍີ່ປຸ່ນ ຊ່ວຍທຶນປັບປຸງໂຮງໝໍ 4 ແຂວງພາກໃຕ້ ຂອງ ສປປ ລາວ

ລັດຖະບານຍີ່ປຸ່ນຊ່ວຍທຶນຈໍານວນ 2.865 ລ້ານເຢນ ພາຍໃຕ້ໂຄງການປັບປຸງໂຮງໝໍ 4 ແຂວງພາກໃຕ້  ຂອງ ສປປ ລາວ ເພື່ອພັດທະນາການປິ່ນປົວໃຫ້ມີປະສິດທິພາບ; ເພື່ອບໍ່ໃຫ້ຄົນເຈັບເດີນທາງໄກມາປິ່ນປົວຢູ່ໂຮງໝໍທີ່ນະຄອນຫຼວງວຽງຈັນ ແລະ ອື່ນໆ.

ພິທີລົງນາມການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນມື້ວານນີ້ທີ່ກະຊວງການ ຕ່າງປະເທດ, ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ເຊັນໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ເຊັນ ໂດຍທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ.

ໂຄງການຊ່ວຍເຫຼືອດັ່ງກ່າວ ແມ່ນເປັນການຕອບສະ ໜອງ ຕາມຄວາມຮຽກຮ້ອງຕ້ອງການທາງດ້ານການບໍລິ ການທາງການແພດຢູ່ທ້ອງຖິ່ນ ຂອງ ສປປ ລາວ, ເຮັດໃຫ້ປະຊາຊົນຢູ່ທ້ອງຖິ່ນ ສາມາດເຂົ້າເຖິງການປິ່ນປົວ ທີ່ມີຄວາມຈໍາເປັນ ແລະ ຫຼຸດຜ່ອນການເດີນທາງໄກສໍາລັບການປິ່ນປົວທີ່ສໍາຄັນ.ນອກຈາກນັ້ນ, ໂຄງການນີ້ຍັງແນໃສ່ປັບ ປຸງໂຮງໝໍບັນດາແຂວງພາກໃຕ້, ຫັນເປັນສູນການແພດປະຈໍາພາກພື້ນ ເພື່ອຮັບຄົນເຈັບຈາກບັນດາແຂວງໃກ້ຄຽງ, ຊຶ່ງຈະມີການກໍ່ສ້າງ ແລະ ຍົກລະດັບພື້ນຖານໂຄງລ່າງໃຫ້ໄດ້ຕາມມາດຕະຖານ, ຍົກສູງຄວາມສາມາດທາງດ້ານເຕັກ ນິກ, ສະໜອງອຸປະກອນການແພດໃຫ້ພຽງພໍ, ລວມທັງການຖ່າຍທອດຜົນສໍາເລັດ ແລະ ປະສົບການຂອງຍີ່ປຸ່ນໃນການປັບປຸງຄຸນນະພາບດ້ານການແພດ, ການຍົກລະດັບລະບົບການສົ່ງຕໍ່ຄົນເຈັບ ຢ່າງມີປະສິດທິພາບ ແລະ ຮັບ ປະກັນຄວາມປອດໄພ ສໍາລັບຄົນເຈັບ ໃຫ້ແກ່ໂຮງໝໍແຂວງ ໃນ 4 ແຂວງ ພາກໃຕ້ຂອງ ສປປ ລາວ.

ຂ່າວ: ຄຕພ

Related Articles

Leave a Reply