ຍີ່ປຸ່ນ ຊ່ວຍພາຫະນະ, ເຄື່ອງກວດທາດລະເບີດ ແລະ ເຄື່ອງກວດກະເປົ່າໃຫ້ແກ່ສະໜາມບິນສາກົນຂອງລາວ

ຍີ່ປຸ່ນ ຊ່ວຍພາຫະນະ, ເຄື່ອງກວດທາດລະເບີດ ແລະ ເຄື່ອງກວດກະເປົ່າໃຫ້ແກ່ສະໜາມບິນສາກົນຂອງລາວ

ລັດຖະບານຍີ່ປຸ່ນໄດ້ມອບ ຫຼື ຊ່ວຍເຫຼືອ ລົດເມຮັບ-ສົ່ງຜູ້ໂດຍສານ, ລົດຍູ້ເຮືອບິນ, ຂົວເຊື່ອມຕໍ່ເຮືອບິນ, ລົດລໍາລຽງກະເປົາຂຶ້ນເຮືອບິນ, ລົດປະຖົມພະຍາບານ, ເຄື່ອງກວດທາດລະເບີດ ແລະ ເຄື່ອງກວດກະເປົ່າຜູ້ໂດຍສານ ໃຫ້ກົມການບິນພົນລະເຮືອນເພື່ອອຳນວຍຄວາມສະດວກໃຫ້ແກ່ສະໜາມບິນສາກົນຂອງລາວ ພາຍໃຕ້ໂຄງ ການ “The Economic and Development Programme” ໂດຍມີພິທີມອບຮັບເຄື່ອງດັ່ງກ່າວເມື່ອມໍ່ໆມານີ້ ທີ່ສະໜາມບິນສາກົນວັດໄຕ ມອບໂດຍ ທ່ານ ໂຄະອິຊຶມິ ຊຶໂຕະມຸ ເອກອັກຄະຣາຊາທູດ ຜູ້ມີອຳນາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ຮັບໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຕາງໜ້າຈາກກົມການບິນພົນລະເຮືອນ.

ໂຄງການຊ່ວຍເຫຼືອລ້າຈາກ ລັດຖະບານຍີ່ປຸ່ນ ໃນການສະໜອງອຸປະກອນອຳນວຍຄວາມສະດວກໃຫ້ແກ່ສະໜາມບິນສາກົນຂອງລາວນີ້ ໄດ້ເລີ່ມປະຕິບັດມາແຕ່ປີ 2021 ເປັນຕົ້ນມາ ເຊິ່ງມີມູນຄ່າໂຄງການທັງໝົດ 1 ຕື້ເຢນ (ປະມານ 8,77 ລ້ານໂດລາສະຫະລັດ).

ທີ່ມາແຫຼ່ງຂໍ້ມູນ: ວຽງຈັນໃໝ່

Related Articles

Leave a Reply