ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ ໃຫ້ແກ່ລັດຖະບານລາວ, ຊຶ່ງການຊ່ວຍເຫຼືອໂຄງການດັ່ງກ່າວ ແມ່ນການສະໜັບສະໜູນເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP) ຂອງ ສປປ ລາວ ຜ່ານການພັດທະນາໂຄງສ້າງພື້ນຖານພູມສາດທີ່ທັນສະໄໝ.
ພ້ອມກັນນັ້ນ ໃຫ້ສອດຄ່ອງກັບການຈັດການທີ່ດິນຢ່າງຍືນຍົງ, ການພັດທະນາພື້ນຖານໂຄງລ່າງ ແລະ ຄວາມສາມາດໃນການຮັບມືໄພພິບັດທໍາມະຊາດ ຊຶ່ງຈະມີການຈັດສ້າງແຜນທີ່ໄພພິບັດໃນພື້ນທີ່ທີ່ເປັນເປົ້າໝາຍ ໂດຍນໍາໃຊ້ເຕັກໂນໂລຊີດ້ວຍການກວດຈັບການປ່ຽນແປງຜ່ານດາວທຽມ ເພື່ອສາມາດລະບຸການປ່ຽນແປງດ້ານພູມສັນຖານ ແລະ ເຂດສ່ຽງໄພໄດ້ຢ່າງວ່ອງໄວ.
ພິທີລົງນາມເອກະສານແລກປ່ຽນໂຄງການ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າລັດຖະບານລາວ ລົງນາມໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ລົງນາມໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເຂົ້າຮ່ວມ.
ໃນໂອກາດນີ້ ທ່ານນາງ ຟອງສະໝຸດ ອັ່ນລາວັນ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນຄັ້ງນີ້ ກໍຄື ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະ 7 ທົດສະວັດ ທີ່ຜ່ານມາ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ການຊ່ວຍເຫຼືອທີ່ມີຄວາມສຳຄັນນີ້ດ້ວຍຄວາມຮັບຜິດຊອບສູງ, ໂປ່ງໃສ ແລະ ມີປະສິດທິຜົນສູງ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວ ພ້ອມທັງ ສະແດງຄວາມຫວັງວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມືຢ່າງຕໍ່ເນື່ອງໃນຊຸມປີຕໍ່ໜ້າ.
ໃນໂອກາດດຽວກັນ, ທ່ານ ໂຄອິຊຸມິ ຊຶໂຕມຸ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຍີ່ປຸ່ນ-ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ຍີ່ປຸ່ນ ແລະ ລາວ ໃນຕໍ່ໜ້າ.
ຂໍ້ມູນ: ກຕທ