ຫຼາຍທ່ານຍັງເຂົ້າໃຈຜິດໂດຍສະເພາະປະຊາຊົນທີ່ອາໄສຢູ່ເຂດຂົນນະບົດ ຫຼື ເຂດຫ່າງໄກ ສອກຫຼີກ ທີ່ມີຄວາມເຊື່ອວ່າ ການດື່ມເຫຼົ້າ ຫຼື ດື່ມທາດມືນເມົາອື່ນໆ ຈະຊ່ວຍໃຫ້ຮ່າງກາຍອົບອຸ່ນ ແລະ ແກ້ໜາວໄດ້. ແຕ່ກົງກັນຂ້າມ ທ່ານໝໍ ພັດຢັ້ງຢືນວ່າ ການດື່ມທາດມືນເມົາໃນລະດູໜາວ ບໍ່ຊ່ວຍໃຫ້ຮ່າງກາຍອົບອຸ່ນ ແລະ ແກ້ໜາວໄດ້ ໂດຍສະເພາະໃນໄລຍະອາກາດໜາວເຢັນຫຼາຍ. ການດື່ມເຫຼົ້າຫຼາຍອາດຈະເຮັດໃຫ້ເສຍຊີວິດໄດ້.
ທ່ານ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດຕໍ່ທີມງານນັກຂ່າວວຽງຈັນທາຍມື້ວານນີ້ ວັນທີ 9 ທັນວາ 2019 ກ່ຽວກັບການດື່ມທາດມືນເມົາຊ່ວຍໃຫ້ແກ້ໜາວໄດ້ວ່າ: ຕາມການສັງລວມເບິ່ງຂໍ້ມູນແລ້ວ ຍັງບໍ່ມີເອກະສານໃດທີ່ສາມາດຢັ້ງຢືນວ່າ ການດື່ມເຫຼົ້າ ຫຼື ທາດມືນເມົາຕ່າງໆ ເຊັ່ນ: ເບຍ, ເຫຼົ້າແວງ, ວິດສະກີ ຈະສາມາດຊ່ວຍແກ້ຄວາມໜາວໄດ້, ແຕ່ກົງກັນຂ້າມຖ້າດື່ມໃນຍາມໜາວ ຫຼື ອາກາດໜາວຫຼາຍຍິ່ງຈະເພີ່ມຄວາມອັນຕະລາຍໄດ້ໂດຍສະເພາະຜູ້ທີ່ດື່ມເຫຼົ້າຫຼາຍຈົນເມົາຈະເຮັດໃຫ້ຂາດສະຕິໃນການປ້ອງກັນຕົນເອງຈາກຄວາມໜາວ ແລະ ອາດຈະມີຄວາມສ່ຽງຕໍ່ຊີວິດໄດ້ ເຊັ່ນ: ເມົາແລ້ວນອນບໍ່ຫົ່ມຜ້າຫົ່ມອາດເກີດອາການສະບັ້ນ ຫຼື ຊ໋ອກໜາວຈົນພາໃຫ້ເສຍຊີວິດໄດ້ ດັ່ງນັ້ນສາມາດສະຫຼຸບໄດ້ວ່າ ຄວາມເຊື່ອທີ່ດື່ມເຫຼົ້າເພື່ອແກ້ໜາວຖືວ່າແມ່ນຜິດ.
ຂ່າວ : ສົມພາວັນ
ພາບ: ວຽງຈັນທາຍ