ມາຮອດປະຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອພະຍາດ COVID-19 ອີກ 3 ຄົນ, ເພີ່ມຈາກ 3 ຄົນ ມາເປັນ 6 ຄົນ ຈາກການວິເຄາະຫາເຊື້ອທັງໝົດ 181 ກໍລະນີ.
ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍມື້ນີ້ ວ່າ: ມາຮອດປະຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອພະຍາດ COVID-19 ລວມທັງໝົດ 6 ຄົນ ເຊິ່ງເພີ່ມຂຶ້ນ 3 ຄົນ.
ຜູ້ທີ 1 ເພດຊາຍ ອາຍຸ 42 ປີ ຢູ່ ບ້ານ ປ່ອງຄໍາ, ຜູ້ທີ່ 2 ເພດຊາຍ ອາຍຸ 52 ປີ ຢູ່ບ້ານວິຊຸນ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ທັງ 2 ເປັນຄົນຂັບລົດໃຫ້ແກ່ກຸ່ມນັກທ່ອງທ່ຽວ. ປະຈຸບັນ ທັງ 2 ຄົນແມ່ນມີອາການຂັ້ນເບົາບາງໄດ້ຮັບການປິ່ນປົວຕາມຫຼັກວິຊາການ ຢູ່ໂຮງໝໍແຂວງຫຼວງພະບາງ.
ຜູ້ທີ 3 ແມ່ນ ເພດຊາຍ ອາຍຸ 41 ປີ ຢູ່ ບ້ານຈໍາປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງເປັນຜູ້ໃກ້ຊິດກັບ ກໍລະນີ ທີ 3 ທີ່ລາຍງານໃນມື້ວານນີ້ ທີ່ມີອາຊີບເປັນນັກທຸລະກິດ ຢູ່ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ສໍາລັບ ຜູ້ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ ແມ່ນມີອາການຊົງຕົວຂັ້ນເບົາບາງໄດ້ຮັບການປິ່ນປົວຕາມຫຼັກວິຊາການ ຢູ່ໂຮງໝໍມິດຕະພາບ.
ການຕິດຕາມ ກໍລະນີຜູ້ສໍາພັດ ໃກ້ຊິດ ກັບບັນດາຄົນເຈັບດັ່ງກ່າວ ຈະໄດ້ແຈ້ງໃຫ້ພາກສ່ວນກ່ຽວຂ້ອງ ແລະ ອໍານາດການປົກຄອງ ຊ່ວຍຕິດຕາມແນະນໍາໃຫ້ປະຕິບັດຕາມມາດຕະການ ຈໍາກັດບໍລິເວນຕົນເອງຢ່າງເຂັ້ມງວດ. ຖ້າມີອາການຜິດປົກກະຕິແມ່ນໃຫ້ຂໍຄໍາແນະນໍາຈາກສາຍດ່ວນ 166.
ສໍາລັບແຮງງານລາວມາແຕ່ປະເທດໄທ ແມ່ນໄດ້ຕິດຕາມຢ່າງໃກ້ຊິດ, ໃນນັ້ນມີ 18 ຄົນທີ່ມີອາການໄຂ້ ຈຶ່ງໄດ້ເກັບຕົວຢ່າງມາກວດແຕ່ບໍ່ພົບເຊື້ອ.
ທຸກຄົນທີີ່ເດີນທາງເຂົ້າ ສປປ ລາວ ຕ້ອງປະຕິບັດມາດຕະການຈໍາກັດບໍລິເວນຢູ່ສະຖານທີີ່ພັກເຊົາຂອງຕົນເອງ ເປັນເວລາ 14 ວັນ ບໍ່ໃຫ້ໃກ້ຊິດກັບຄົນອືີ່ນ ໂດຍບໍ່ໄດ້ຮັບອະນຸຍາດ.
ຂ່າວ: ວຽງຈັນທາຍ
ພາບ: ພູນຊັບ