Vientiane Times Lao
ດ່ານປະເພນີປາງມອນຖືກຍົກລະດັບເປັນດ່ານສາກົນ

ດ່ານປະເພນີປາງມອນຖືກຍົກລະດັບເປັນດ່ານສາກົນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຮູ້ວ່າ:  ຫສນຍ ເຫັນດີອະນຸມັດດ່ານປະເພນີ ປາງມອຢູ່ເມືອງ ຄອບ ແຂວງ ໄຊຍະບູລີ ໃຫ້ຍົກລະດັບຂຶ້ນເປັນດ່ານສາກົນ ຕາມການສະເໜີ ຂອງກະຊວງການຕ່າງປະເທດ ເພື່ອໃຫ້ສົມຄູ່ ຫຼື ເທົ່າທຽມກັບດ່ານສາກົນ ບ້ານຮວກ (ເບື້ອງໄທ).

ທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າແຂວງ ໄຊຍະບູລີ ໄດ້ກ່າວຕໍ່ທີມງານຂ່າວວຽງຈັນທາຍມື້ເຊົ້ານີ້ ວັນທີ 7 ມັງກອນ 2020 ກ່ຽວກັບການອະນຸມັດດ່ານດັ່ງກ່າວເປັນດ່ານສາກົນ ວ່າ: ການຍົກລະດັບດ່ານ ປາງມອເປັນດ່ານສາກົນຈະເປັນການດີ ເພາະຖ້າເປັນ ດ່ານສາກົນ ຈະອຳນວຍຄວາມສະດວກໃຫ້ການເຂົ້າ-ອອກສິນຄ້າ ແລະ ສາມາດສົ່ງອອກຫຼາຍະລິດຕະພັນກວ່າທີ່ຜ່ານມາ ແລະ ຈະເຮັດໃຫ້ຈຳນວນນັກທ່ອງທ່ຽວເພີ່ມຂຶ້ນຢ່າງແນ່ນອນ ເພາະດ່ານດັ່ງກ່າວສາມາດເຊື່ອມຕໍ່ ກັບ ປະເທດ ໄທ, ຈີນ ແລະ ມຽນມາໄດ້.

ທ່ານ ເພັງນິລັນ ໄດ້ກ່າວຕື່ມວ່າ: ປັດຈຸບັນ ພື້ນຖານໂຄງລ່າງຂອງດ່ານປາວມອນເຊັ່ນ:  ອາຄານ, ຫ້ອງການ ແລະ ອື່ນໆຖືວ່າໃຫຍສົມຄວນແລ້ວ ມີແຕ່ຈະຕົບແຕ່ງໃໝ່ບາງສ່ວນ ເພື່ອໃຫ້ສົມກັບເປັນດ່ານສາກົນ, ຄາດວ່າຈະມີພິທີສະເຫຼີມສະຫຼອງເປີດດ່ານປາງມອເປັນດ່ານສາກົນເປັນທາງການໃນວັນທີ 1 ກຸມພາ ທີ່ຈະມາເຖິງນີ້.

ຜ່ານມາ ດ່ານປະເພນີປາງມອສ່ວນຫຼາຍແມ່ນມີແຕ່ລົດບັນທຸກຫນພູທີ່ນັກລົງທຶນໄທມາສຳປະທານຂຸດຄົ້ນ ທີ່ແກ່ຂ້າມໄປ ສ່ວນສິນຄ້າປະເພດກະສິກຳຂອງເບື້ອງລາວ ຫຼື ຝັງເບື້ອງໄທທີ່ເຂົ້າມາ ແມ່ນມີໜ້ອຍຍ້ອນວ່າເມືອງຄອບເປັນເມືອງນ້ອຍ, ມີແຕ່ປະຊາຊົນທ້ອງຖິ່ນເທົ່ານັ້ນທີ່ຂ້າມໄປຊື້ສິນຄ້າຢູ່ຝັງເບື້ອງໄທ.

ຂ່າວ : ສົມພາວັນ

ພາບ:

Related Articles

Leave a Reply