ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດ ແຫ່ງຊາດໃຫ້ຮູ້ວ່າ : ປີ2019 ເປັນອີກປີໜຶ່ງທີ່ປະເທດລາວໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພພິບັດທຳມະຊາດ ມີທັງນໍ້າຖ້ວມ, ດິນເຈື່ອນ, ລົມພະຍຸ, ໄພແຫ້ງແລ້ງ, ໄຟໄໝ້, ແຜ່ນດິນໄຫວ, ການລະບາດຂອງພະຍາດສັດ ແລະ ອື່ນໆ ມີ 163.000 ກວ່າຄອບຄົວ ຈາກ 1. 961 ບ້ານ ປະກອບມີ 128 ເມືອງ ຢູ່ 13 ແຂວງທີ່ໄດ້ຮັບຜົນກະທົບໂດຍກົງ ແລະ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 27 ຄົນ,ສູນຫາຍ 7 ແລະ ບາດເຈັບ 16 ຄົນ ນອກນັ້ນຍັງມີ ພື້ນຖານໂຄງລ່າງຖືກເສຍຫາຍເປັນຈຳນວນຫຼາຍ ບໍ່ວ່າຈະເປັນ ເສັ້ນທາງ, ເຮືອນຊານບ້ານຊ່ອງ, ໂຮງໝໍ, ສຸກສາລາ, ໂຮງຮຽນ, ວັດວາອາຮາມ, ເນື້ອທີ່ນາ, ຮົ້ວສວນ, ໜອງປາ, ປະເພດສັດລ້ຽງຕ່າງໆ ກໍ່ຖືກນໍ້າຖ້ວມ ມີທັງຕາຍ ແລະ ສູນຫາຍເປັນຈຳນວນຫຼາຍ ແລະ ອື່ນໆ.
ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດ ແຫ່ງຊາດ ໃຫ້ຮູ້ຕື່ມອີກວ່າ: ປະກົດການໃໝ່ທີ່ເກີດໄພພິບັດ ຢູ່ລາວ ໃນປີ 2019 ແມ່ນແຜ່ນດິນໄຫວ ຢູ່ເມືອງຫົງສາ ແຂວງ ໄຊຍະບູລີ ຊຶ່ງໄດ້ສ້າງຜົນເສຍຫາຍໂດຍກົງຢູ່ 4 ເມືອງ ຂອງແຂວງ ໄຊຍະບູລີ ລວມມີ 30 ບ້ານ, 321 ຄອບຄົວໄດ້ຮັບຜົນກະທົບ ນອກນັ້ນຍັງມີ ວັດ, ເຮືອນ, ໂຮງຮຽນ, ໂຮງໝໍ ຊຸມຊົນ, ສຸກສາລາ, ສຳນັກງານລັດ ແລະ ອື່ນໆ ຖືກເປ່ເພຈາກແຜ່ນດິນໄຫວດັ່ງກ່າວ.
ຂ່າວ : ສົມພາວັນ