Vientiane Times Lao
ຕິດຕາມຄວາມຄືບໜ້າໂຄງການ ສ້ອມແປງ ເສັ້ນທາງ 2W ຢູ່ ແຂວງອຸດົມໄຊ.

ຕິດຕາມຄວາມຄືບໜ້າໂຄງການ ສ້ອມແປງ ເສັ້ນທາງ 2W ຢູ່ ແຂວງອຸດົມໄຊ.

ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະ ໄດ້ລົງຕິດຕາມ ແລະ ໃຫ້ທິດຊີ້ນໍາໃຫ້ໂຄງການປັບປຸງ ແລະ ສ້ອມແປງ ເສັ້ນທາງ 2W ຢູ່ແຂວງອຸດົມໄຊ, ເຊິ່ງມີຄວາມຍາວທັງໝົດ 136 ກີໂລແມັດ ໃຫ້ສໍາເລັດຕາມແຜນການ ເພື່ອອໍານວຍຄວາມສະດວກໃນການຄົມມະນາຄົມຂົນສົ່ງ.

ໃນວັນທີ 9 ສິງຫາ 2025, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ໃຫ້ທິດຊີ້ນໍາໃຫ້ໂຄງການ ເປັນຕົ້ນແມ່ນໃຫ້ໂຄງການເນັ້ນໜັກກ່ຽວກັບຄວາມປອດໄພທາງຫຼວງ, ຕ້ອງໄດ້ມີແຈ້ງການ, ຕິດປ້າຍແນະນໍາເພີ່ມເຕີມ ເພື່ອໃຫ້ຜູ້ໃຊ້ລົດໃຊ້ຖະໜົນໄດ້ເຂົ້າໃຈ ແລະ ປະຕິບັດຕາມກົດລະບຽບ.

ໃນການລົງຢ້ຽມຢາມໄດ້ມີການກວດກາຄວບຄຸມ ຄຸນນະພາບ ວັດສະດຸ ອຸປະກອນສໍາລັບການກໍ່ສ້າງ, ແລະ ຜູ້ຮັບເໝົາຕ້ອງໄດ້ຮັກສາໄລຍະເວລາທີ່ກໍານົດ, ເພື່ອເຮັດໃຫ້ໂຄງການສໍາເລັດຕາມແຜນ.

ທ່ານ ພູວິໃສ ວົງໄຊ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງ ເສັ້ນທາງ 2W ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ສໍາລັບທາງ 2W  ເລີ່ມແຕ່ເມືອງໄຊ-ເມືອງປາກແບງ ແຂວງອຸດົມໄຊ ມີຄວາມຍາວທັງໝົດ 136 ກີໂລແມັດ, ອອກແບບມາດຕະຖານທາງອາຊຽນຊັ້ນ 3, ເປັນໜ້າທາງປູອັດສະຟານໜາ 8 ຊັງຕີແມັດ, ໜ້າທາງກວ້າງ 7-10 ແມັດ (ຄອງລົດແລ່ນກວ້າງ 6 ແມັດ), ປະກອບມີຂົວຈໍານວນ 16 ແຫ່ງ, ແລະ ການກໍ່ສ້າງແມ່ນໄດ້ແບ່ງອອກເປັນ 3 ສັນຍາດັ່ງນີ້:

–  ສັນຍາທີ 1 ແມ່ນມີລວງຍາວ 68.4 ກມ, ມີມູນຄ່າ ສັນຍາ 30 ລ້ານໂດລາສະຫະລັດ, ປັດຈຸບັນຄວາມຄືບໜ້າ ສັນຍາທີ 1 ແມ່ນປະຕິບັດໄດ້ 4.8%.

–  ສັນຍາທີ 2, ເສັ້ນທາງຄວາມຍາວທັງໝົດແມ່ນ 52.6 ກມ, ປັດຈຸບັນເລີ່ມກໍ່ສ້າງ  ແລະ ຜະລິດທໍ່, ປັບຊັ້ນເຊື້ອທາງ ຈົນຮອດຊັ້ນພື້ນທາງ ແລະ ມີຄວາມຄືບໜ້າ 2.05%.

–  ສັນຍາທີ 3 ເລີ່ມແຕ່ ກມ 121 ຫາ 136 ປັດຈຸບັນ ກໍາລັງຢູ່ໃນຂັ້ນຕອນປະມູນ.

Related Articles

Leave a Reply