ພະແນກຕໍາຫຼວດຈະລາຈອນ ຫ້ອງຕໍາຫຼວດ ປກສ ນວ ມີຄວາມພ້ອມ 100% ເພື່ອຄຸ້ມຄອງຄວາມປອດໄພຕະຫຼອດໄລຍະຂອງການສະເຫຼີມສະຫຼອງບຸນປີໃໝ່ລາວນີ້ ໃຫ້ມີຄວາມສະຫງົບປອດໄພຮອບດ້ານ ທັງສະກັດກັ້ນ ແລະ ຫຼຸດຜ່ອນການເກີດອຸບັດຕິເຫດຕາມທ້ອງຖະໜົນ.
ພັທ ສັງຄົມ ຍົມມະລາດ ຫົວໜ້າພະແນກຕໍາຫຼວດຈະ ລາຈອນ ປກສ ນວ ໃຫ້ສໍາພາດເມື່ອມໍ່ໆມານີ້ວ່າ: ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມສະຫງົບປອດໄພບົນທ້ອງຖະໜົນຫຼວງໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ຕະຫຼອດໄລຍະຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈໍາປີ 2026, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນວ ກໍຄື ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ໄດ້ສ້າງແຜນປ້ອງກັນຢ່າງຮັດກຸມ ເພື່ອບັນຈຸກໍາລັງເຈົ້າໜ້າ ທີ່ເຂົ້າປະຈໍາການຢູ່ບັນດາຈຸດປ້ອງກັນ ແລະ ຈຸດກວດກາທົ່ວນະຄອນຫຼວງວຽງຈັນ ທັງໝົດ 145 ຈຸດ.
ໃນນັ້ນ, ມີຈຸດລົງໂຄສະນາ 3 ຈຸດ, ປະຈຳຈຸດ-ປະຈຳປ້ອມ 69 ຈຸດ, ຈັດລະບຽບກວດກາຕາມສາຍທາງ 33 ຈຸດ, ຈຸດກວດກາ ແລະ ຄອຍເຫດ 10 ຈຸດ ແລະ ປະຈໍາວັດມີ 9 ຈຸດ ໂດຍນໍາໃຊ້ກໍາລັງເຂົ້າຮ່ວມປ້ອງກັນທັງໝົດ 561 ສະຫາຍ, ພາຫະ ນະຮັບໃຊ້ຈໍານວນ 18 ຄັນ. ໃນນັ້ນ, ມີລົດເກັງສະຫຼາມ 3 ຄັນ, ລົດກະບະ 10 ຄັນ ແລະ ລົດຈັກ 5 ຄັນ.
ສໍາລັບໜ້າວຽກ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ມີຄື:
1. ຄວບຄຸມການສັນຈອນ, ອໍານວຍຄວາມສະດວກໃຫ້ພໍ່-ແມ່ປະຊາຊົນໃນການສັນຈອນໄປ-ມາມີຄວາມສະດວກປອດໄພ.
2. ຕັ້ງຈຸດກວດກາທາດເຫຼົ້າໃນລົມຫາຍໃຈຂອງຜູ້ຂັບຂີ່ທົ່ວໄປ ແລະ ລົດຂົນສົ່ງຜູ້ໂດຍສານ.
3. ກວດກາຄວາມໄວລົດເກັ່ງ, ກະບະ, ຈິບ, ຂົນສົ່ງຜູ້ໂດຍ ສານ ແລະ ລົດບັນທຸກ.
4. ກວດກາຜູ້ຂັບຂີ່ລົດຈັກ, ຜູ້ຊ້ອນທ້າຍຕ້ອງໃສ່ໝວກກັນກະທົບ ແລະ ສາຍຮັດຄາງໃຫ້ ແໜ້ນ.
5. ກວດກາຜູ້ຂັບຂີ່ ລົດປະເພດສີລໍ້ຂຶ້ນໄປແລະຜູ້ໂດຍສານຕ້ອງໃຫ້ໃສ່ສາຍຮັດນິລະໄພ, ຖ້າພົບເຫັນຜູ້ບໍ່ໃສ່ສາຍຮັດ ມີລະໄພຈະໄດ້ແນະນໍາ ແລະ ຕັກເຕືອນ.
6. ກວດກາການເສີມດັ່ງນັ່ງ ແລະ ບັນທຸກຜູ້ໂດຍສານເກີນກຳນົດຂອງລົດໂດຍສານປະຈຳທາງ.
7. ຈັດລະບຽບຕາມສາຍທາງພາຍໃນເທດສະບານ-ເມືອງ
ຂ່າວ: ລັດດາວັນ ບຸດຕະວົງ

