Vientiane Times Lao
ທລຍ ປັບປຸງແຜນຍຸດທະສາດ ປີ 2020

ທລຍ ປັບປຸງແຜນຍຸດທະສາດ ປີ 2020

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ສືບຕໍ່ປັບປຸງແຜນຍຸດທະສາດເພື່ອບັນລຸເປົ້າໝາຍໂຄງການຕ່າງໆ ທີ່ກໍານົດໄວ້ສໍາລັບປ 2020.

ແຜນຍຸດທະສາດດັ່ງກ່າວ ໄດ້ເຜີຍແຜ່ ແລະ ປຶກສາກັນໃນໄລຍະກອງປະຊຸມທີ່ຈັດຂຶ້ນໃນລະຫວ່າງວັນທີ 3-6 ມີນາ 2020 ທີ່ ແຂວງຈຳປາສັກ.

ການຈັດຕັ້ງປະຕິບັດໂຄງການຂອງ ທລຍ ປີ 2020 ແມ່ນສຸມໃສ່ 6 ແຂວງເຊັ່ນ: ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື.

ໃນກອງປະຊຸມຍັງໄດ້ປຶກສາຫາລືທິດທາງແຜນການຂອງ ທລຍ ໃນປີຕໍ່ໜ້າ ເຊິ່ງສຸມໃສ່ຊຸກຍູ້ການຜະລິດລະດູແລ້ງ ເພື່ອທົດແທນ ແລະ ແກ້ໄຂບັນຫາທີ່ຖືກຜົນກະທົບຈາກໄພທໍາມະຊາດ.

ພ້ອມນັ້ນ, ລັດຖະບານ ໄດ້ສືບຕໍ່ຂໍກູ້ຢືມເງິນ ດອກເບ້ຍຜ່ອນຜັນ ຈໍານວນ 22,5 ລ້ານໂດລາສະຫະລັດ ຈາກທະນາຄານໂລກ ເພື່ອໃຊ້ເຂົ້າໃນໂຄງການປັບປຸງຊີວິດການເປັນຢູ່ ແລະ ໂພຊະນາການຢູ່ 4 ແຂວງພາກເໜືອ ຄື: ຫົວພັນ, ຊຽງຂວາງ, ຜົ້ງສາລີ ແລະ ອຸດົມໄຊ. 

ລັດຖະບານໄດ້ຕອບສະໜອງທຶນສົມທົບເຂົ້າໃນວຽກງານສ້າງສິ່ງອໍານວຍຄວາມສະດວກ ຈໍານວນ 13 ຕື້ ກີບ ໃນ 6 ແຂວງ ຄື: ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ເພື່ອສືບຕໍ່ປັບປຸງພື້ນຖານໂຄງລ່າງທີ່ຕິດພັນກັບການຜະລິດກະສິກໍາ.

ພ້ອມດຽວກັນນີ້ ຄູ່ຮ່ວມມືການພັດທະນາ ປະເທດສະວິດ ກໍ່ຍັງສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກໃນມູນຄ່າ ປະມານ 5 ລ້ານໂດລາສະຫະລັດ ເພື່ອເຮັດໃຫ້ແຂວງທີ່ບໍ່ໄດ້ຮັບທຶນກູ້ຢືມຈາກທະນາຄານໂລກໄດ້ສືບຕໍ່ພັດທະນາ ໃນປີ 2020.

ຂ່າວ: ວຽງຈັນທາຍ

ພາບ: ພູບຊັບ

Related Articles

Leave a Reply