Vientiane Times Lao
ທຫລ ກຽມຫຼຸດດອກເບ້ຍເຫຼືອ 9% ຕໍ່ປີ, ສັນຍານການຟື້ນຕົວຂອງເສດຖະກິດ

ທຫລ ກຽມຫຼຸດດອກເບ້ຍເຫຼືອ 9% ຕໍ່ປີ, ສັນຍານການຟື້ນຕົວຂອງເສດຖະກິດ

ທະນາຄານແຫ່ງ ສປປ ລາວ (ທຫລ) ກຽມ ປັບຫຼຸດອັດຕາດອກເບ້ຍພື້ນຖານ ທຫລ ໄລຍະ 7 ວັນ (ເງິນກູ້) ຈາກລະດັບ 9.5% ຕໍ່ປີ ມາເປັນ 9% ຕໍ່ປີ ທ່າມກາງ ອັດຕາເງິນເຟີ້ ທີ່ຊ້າລົງ. ເພື່ອຜ່ອນຄາຍນະໂຍບາຍການເງິນ ແລະ ກະຕຸ້ນການເຕີບໂຕຂອງເສດຖະກິດ.

ໂດຍການປັບຫຼຸດຄັ້ງນີ້ຈະເປັນການປັບຫຼຸດ ຄັ້ງທີ 3 ໃນປີນີ້ ນັບຕັ້ງແຕ່ເດືອນ 3 ປີ 2025​ ປັບລົງຈາກ 10,5% ມາເປັນ 10% ແລະ ໃນວັນທີ 16 ເດືອນ 06 ປີ 2025 ປັບລົງມາເປັນ 9,5%.

.

ການຕັດສິນໃຈປັບຫຼຸດອັດຕາດອກເບ້ຍຂອງ ທຫລ ໃນຄັ້ງນີ້ ຄາດວ່າຈະຊ່ວຍຫຼຸດຕົ້ນທຶນທາງການເງິນໃຫ້ແກ່ທຸລະກິດ ແລະ ປະຊາຊົນ, ຊຸກຍູ້ການລົງທຶນ ແລະ ການບໍລິໂພກພາຍໃນປະເທດ, ເປັນການປູທາງໃຫ້ເສດຖະກິດທີ່ກຳລັງຟື້ນຕົວໃນໄລຍະຕໍ່ໄປ.

ມະຕິດັ່ງກ່າວ ຖືກຮັບຮອງ ໃນກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳປີ 2025  ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການ ທຫລ ປະທານຄະນະກຳມະການນະໂຍບາຍເງິນຕາ, ພ້ອມນັ້ນ ຍັງມີຮອງປະທານ, ກຳມະການ, ຄະນະຜູ້ວ່າການ ທຫລ, ຄະນະກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ການຕັດສິນໃຈດັ່ງກ່າວ ຍັງສະທ້ອນອັດຕາເງິນເຟີ້ ທີ່ກຳລັງເຕີບໂຕໃນຈັງຫວະທີ່ ຊ້າລົງ. ໂດຍອັດຕາເງິນເຟີ້ ສະເລ່ຍ 7 ເດືອນຕົ້ນປີ 2025 ຢູ່ໃນລະດັບ 10.18%, ສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ. ຕາມການລາຍງານຂອງ ທຫລ

ອັດຕາແລກປ່ຽນຂອງທະນາຄານທຸລະກິດ ທຽບເດືອນພຶດສະພາ 2025 ເງິນກີບທຽບເງິນໂດລາ ອ່ອນຄ່າ 0.11% ແລະ ເງິນກີບທຽບເງິນບາດ ອ່ອນຄ່າ 1.19%, ສ່ວນຕ່າງອັດຕາແລກປ່ຽນລະຫວ່າງ ທະນາຄານທຸລະກິດ ກັບ ຕະຫຼາດກວ້າງອອກ ເປັນ 1.08% ສໍາລັບກີບ/ໂດລາ ແລະ 0.90% ສໍາລັບກີບ/ບາດ; ປະລິມານເງິນ M2 ຂະຫຍາຍຕົວ 11.92% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ຄັງສຳຮອງເງິນຕາຕ່າງປະເທດກຸ້ມການນຳເຂົ້າໄດ້ 4.91 ເດືອນ.

ນອກຈາກແຜນການປັບຫຼຸດອັດຕາດອກເບ້ຍ, ຕໍກັບແຜນນະໂຍບາຍເງິນຕາ ໃນກອງປະຊຸມດັ່ງກ່າວ ທຫລ ຈະປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ໂດຍຮັກສາຂອບການກຳນົດອັດຕາແລກປ່ຽນອ້າງອີງໃນລະດັບ 6.5%; ປະຕິບັດນະໂຍບາຍສະໜັບສະໜູນ ເປັນຕົ້ນ: ການຄຸ້ມຄອງເງິນຕາຕ່າງປະເທດ, ການລວມສູນບັນຊີເງິນຝາກຂອງລັດຖະບານ, ການພັດທະນາລະບົບຊຳລະ ແລະ ການຄຸ້ມຄອງໜີ້ສິນ ແລະ ປະຕິບັດນະໂຍບາຍກະຕຸ້ນເສດຖະກິດ ດ້ວຍການປະຕິບັດນະໂຍບາຍສິນເຊື່ອໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ຄົ້ນຄວ້າຍຸດທະສາດສິນເຊື່ອ.

ທ່າມກາງສັນຍານທີ່ດີ ທາງດ້ານໂຕເລກ, ໃນກອງປະຊຸມ, ທຫລ ໄດ້ປະເມີນສະພາບເສດຖະກິດໃນຕໍ່ໜ້າວ່າ: ປະເທດລາວຍັງຈະສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ທັງຈາກປັດໄຈພາຍນອກ ເຊັ່ນ: ຄວາມຜັນຜວນຂອງເສດຖະກິດໂລກ, ລາຄານໍ້າມັນ ແລະ ລາຄາຄຳທີ່ປ່ຽນແປງ ແລະ ການປັບຫຼຸດອັດຕາດອກເບ້ຍຂອງສະຫະລັດອາເມລິກາ. ພ້ອມນັ້ນ, ຍັງມີປັດໄຈພາຍໃນທີ່ສຳຄັນ ເຊັ່ນ: ການເພິ່ງພາການນຳເຂົ້າສິນຄ້າເປັນສ່ວນໃຫຍ່, ລາຍຮັບເງິນຕາຕ່າງປະເທດທີ່ບໍ່ສະໝໍ່າສະເໝີ ແລະ ລະດັບໜີ້ສິນຕ່າງປະເທດທີ່ຍັງສູງ.

Related Articles

Leave a Reply