ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໄດ້ມອບອຸປະກອນການແພດເຂົ້າໃນວຽກງານປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ໂຮງໝໍແຂວງຫຼວງພະບາງ ລວມມູນຄ່າ 21 ລ້ານກວ່າກີບ.
ອຸປະກອນການແພດທີ່ມອບໃນຄັ້ງນີ້ ລວມມີ ຊຸດ PPE ຈຳນວນ 100 ຊຸດ, ຜ້າອັດປາກ-ດັງ ຈຳນວນ 2,500 ອັນ, ເຈວລ້າງມື ຈຳນວນ 20 ກ່ອງ, ເຊິ່ງພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 27 ເມສາ ທີ່ຜ່ານມາ ຕາງໜ້າມອບໂດຍ ທ່ານ ບຸນທັນ ແກ້ວບຸບຜາ ຫົວໜ້າທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງຫຼວງພະບາງ.
ຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເຂົ້າຮັບການປີ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ 3 ຄົນ ເພດຊາຍ 2 ຄົນ ໄດ້ຮັບການປີ່ນປົວຫາຍດີໝົດແລ້ວ.
ນອກຈາກ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລ້ວ ໃນຜ່ານມາກໍ່ຍັງມີຫຼາຍພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ໃຫ້ຊ່ວຍເຫຼືອໂຮງໝໍແຂວງຫຼວງພະບາງ ໃນວຽກງານປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.
ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ໂຮງໝໍແຂວງຫຼວງພະບາງ)
ພາບ: ໂຮງໝໍແຂວງຫຼວງພະບາງ


