ທະນາຄານຮ່ວມພັດທະນາ (JDB) ຊ່ວຍເຫຼືອເຂົ້າສານໜຽວຈໍານວນ 15 ໂຕນ ແລະ ຜ້າອັດປາກ-ອັດດັງຈໍານວນໜຶ່ງ ລວມມູນຄ່າ 100 ລ້ານກວ່າກີບ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອນໍາໄປຊ່ວຍເຫຼືອບັນເທົາທຸກໃຫ້ນັກສຶກສາທີ່ຕົກຄ້າງຢູ່ຫໍພັກຂອງ 10 ສະຖາບັນການສຶກສາ ໃນນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.
ພິທີມອບ-ຮັບການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ທີ່ ກະຊວງ ສສກ, ກ່າວມອບໂດຍ ທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ ທະນາຄານຮ່ວມພັດທະນາ ແລະ ກ່າວຮັບໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສສກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ການຊ່ວຍເຫຼືອຄັ້ງນີ້ ເປັນການປະກອບສ່ວນທີ່ສໍາຄັນໃນການແບ່ງເບົາໃຫ້ນັກຮຽນ ນັກສຶກສາ ທີ່ຕົກຄ້າງໃນຫໍພັກ 10 ສະຖາບັນສຶກສາ ປະກອບມີ: ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລຄູດົງຄຳຊ້າງ, ວິທະຍາໄລພະລະສຶກສາ, ວິທະຍາໄລເຕັກນິກສັບພະວິຊາ, ວິທະຍາໄລເຕັກນິກປາກປ່າສັກ, ວິທະຍາໄລເຕັກນິກລາວ-ເຢຍລະມັນ, ວິທະຍາໄລສິລະປະສຶກສາ, ສະຖາບັນຣັຕະນະ ບໍລິຫານທຸລະກິດ, ຄະນະນິຕິສາດ ແລະ ລັດຖະສາດ ແລະ ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ.
ຂ່າວ-ພາບ: ສົງການ