Vientiane Times Lao
ທະນາຄານເອັສທີ ມອບລົດຈັກ 10 ຄັນເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ໂຄວິດ-19

ທະນາຄານເອັສທີ ມອບລົດຈັກ 10 ຄັນເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ໂຄວິດ-19

ທະນາຄານເອັສທີ ຈໍາກັດ ໄດ້ນຳລົດຈັກ ຈຳນວນ 10 ຄັນ ຍີ່ຫໍ້ Haojue NK150 ລວມມູນຄ່າ 175 ລ້ານກີບ ມາມອບໃຫ້ ແກ່ລັດຖະບານລາວ ໃນວັນທີ 10 ເມສາ 2020 ເພຶ່ອນຳໃຊ້ໃນວຽກງານການຕອບໂຕ້ ແລະ ການກຽມພ້ອມສຳລັບຄວບຄຸມພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.

ລົດເຫຼົ່ານັ້ນມອບໂດຍ ທ່ານ ຈິຣັດຊະຍຸດ ອຳຍົງ ຜູ້ອຳນວຍການໃຫຍ່ທະນາຄານເອັສທີ ຈໍາກັດ ແລະ ຕາງໜ້າຮັບໂດຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ໂດຍມີພະນັກງານທີ່ກ່ຽວຂ້ອງໃນການມອບ-ຮັບຂອງພາກສ່ວນຕ່າງໆ ເຂົ້າຮ່ວມ.

ມາເຖິງປະຈຸບັນ ມີຫຼາຍພາກສ່ວນ ແລະ ບຸກຄົນ ໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ໃນວຽກງານຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ທັງຢູ່ຂັ້ນສູນກາງ, ແຂວງ, ເມືອງ ແລະ ທ້ອງຖີ່ນ, ຄະນະສະເພາະກິດ ໄດ້ສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນທີ່ໃຫ້ການສະໜັບສະໜູນຊຸກຍູ້ເຂົ້າໃນວຽກງານດັ່ງກ່າວ.

ຂ່າວ-ພາບ: ເພັດໂພໄຊ

Related Articles

Leave a Reply