ສະພາບໍລິຫານ ຂອງທະນາຄານໂລກ ໄດ້ອະນຸມັດ ເງິນກູ້ດອກເບ້ຍຕໍ່າເພີ່ມ ຈໍານວນ 22,5 ລ້ານ ໂດລາສະຫະລັດອາເມລິກາ ໃຫ້ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂອງ ສປປ ລາວ, ຊຶ່ງເປັນໂຄງການໜຶ່ງທີ່ສຳຄັນຂອງ ລັດຖະບານ ໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ເຂດຊົນນະບົດ.
ສະພາບໍລິຫານ ໄດ້ຕົກລົງ ແລະ ເຫັນດີ ໃນ ວັນທີ 2 ທັນວາ 2019 ທີ່ ນະຄອນຫຼວງ ວໍຊິງຕັນ, ສະຫະລັດອາເມລິກາ.
ທຶນດັ່ງກ່າວ ຈະຖືກນຳໃຊ້ໃນການຈັດຕັ້ງປະຕິບັດກິດຈະກໍາ ດ້ານຜະລິດກະສິກຳ ແລະ ໂພສະນາການພາຍໃຕ້ຍຸດທະສາດໂພສະນາການແຫ່ງຊາດ ໂດຍສຸມໃສ່ໂຄງລ່າງການຜະລິດ ແລະ ໂຄງລ່າງກະສິກໍາ ເພື່ອປັບປຸງ ການດຳລົງຊີວິດ, ແກ້ໄຂບັນຫາໂພສະນາການ ແລະ ການເຂົ້າຫາແຫຼ່ງທຶນ ເພື່ອໃຫ້ບັນດາກຸ່ມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກູ້ຢືມໄດ້.
ນອກນັ້ນ, ທຶນນີ້ ຍັງຈະປະກອບສ່ວນຕໍ່ວຽກງານໂພສະນາການໃນປະຈຸບັນຂອງລັດຖະບານ ທີ່ນຳໃຊ້ວິທີການປະສານສົມທົບ ຂອງຫຼາຍຂະແໜງການເພື່ອຫຼຸດຜ່ອນພາວະເຕ້ຍກວ່າມາດຕະຖານ ຂອງເດັກນ້ອຍຢູ່ໃນບັນດາເມືອງທຸກຍາກຂອງປະເທດ. ວິທີການນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກທະນະຄານໂລກທີ່ສຸມໃສ່ 4 ແຂວງຄື: ແຂວງອຸດົມໄຊ, ຫົວພັນ, ຜົ້ງສາລີ ແລະ ແຂວງຊຽງຂວາງ ຊຶ່ງບັນດາແຂວງເຫຼົ່ານີ້ ມີອັດຕາພາວະເຕ້ຍກວ່າມາດຕະຖານຂອງເດັກນ້ອຍສູງເປັນພິເສດ. ໂດຍຜ່ານຄວາມຄິດລິເລີ້ມດັ່ງກ່າວ, ປະຊາຊົນ ສາມາດປັບປຸງການຜະລິດ ລວມທັງການລ້ຽງສັດ ແລະ ປູກພືດ ເຊິ່ງຈະພາໃຫ້ມີການເພີ່ມຂຶ້ນຂອງການບໍລິໂພກອາຫານທີ່ຫຼາກຫຼາຍ ແລະ ມີໂພສະນາການທີ່ດີຂຶ້ນ.
ທ່ານ ນິໂກລາ ປອນຕາຣາ Nicola Pontara, ຫົວໜ້າ ຫ້ອງການທະນະຄານໂລກປະຈໍາ ສປປ ລາວໄດ້ກ່າວວ່າ ນັບແຕ່ປີ 2002, ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ມີການຊ່ວຍເຫຼືອປັບປຸງຊີວິດການເປັນຢູ່ ຂອງປະຊາຊົນຜູ້ທຸກຍາກຫຼາຍກວ່າ 1,2 ລ້ານຄົນ ທີ່ອາໃສຢູ່ໃນເກືອບ 3,000 ບ້ານທີ່ທຸກຍາກທີ່ສຸດໃນປະເທດ ໂດຍການປັບປຸງຫົນທາງເຂົ້າບ້ານ, ສຸຂະພິບານ, ຊົນລະປະທານ, ໂຮງຮຽນ ແລະ ສຸກສາລາ. “ທຶນຊ່ວຍເຫຼືອເພີ່ມດັ່ງກ່າວ ຈະຊ່ວຍເພີ່ມຄວາມຫຼາກຫຼາຍຂອງໝວດໝູ່ອາຫານສຳລັບແມ່ຍິງຖືພາ ແລະ ເດັກນ້ອຍຈຳເປັນຕ້ອງບໍລິໂພກ ໂດຍຊ່ວຍໃຫ້ເຂົາເຈົ້າ ທັງສາມາດຜະລິດອາຫານທີ່ມີໂພສະນາການໄດ້ດ້ວຍຕົນເອງ ແລະ ເພີ່ມລາຍຮັບຂອງຕົນຂຶ້ນ.”
ຍຸດທະສາດ ແລະ ແຜນປະຕິບັດງານດ້ານໂພສະນາແຫ່ງຊາດ ຂອງລັດຖະບານ ແມ່ນເລັ່ງໃສ່ຫຼຸດຜ່ອນພາວະເຕ້ຍກວ່າມາດຕະຖານຂອງເດັກນ້ອຍຕ່ຳກວ່າ 5 ປີ ຈາກ 44 ສ່ວນຮ້ອຍ ໃນປີ 2012 ມາເປັນ 25 ສ່ວນຮ້ອຍ ພາຍໃນປີ 2025 ໂດຍຜ່ານກິດຈະກຳຕ່າງໆເຊັ່ນ: ສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບປະກັນສັງຄົມ ແລະ ການຈັດຕັ້ງໂຄງການໂອນເງິນແບບມີເງື່ອນໄຂ ເພື່ອແນໃສ່ຜູ້ໄດ້ຮັບຜົນປະໂຫຍດທີ່ຢູ່ໃນບ້ານເປົ້າໝາຍ.
ເຖິງແມ່ນວ່າ ຄວາມທຸກຍາກໃນປະເທດ ໄດ້ຫຼຸດລົງຫຼາຍໃນໄລຍະສິບປີຜ່ານມາ, ແຕ່ຍັງມີຄວາມແຕກຕ່າງ ລະຫວ່າງ ພາກພື້ນ ແລະ ລະຫວ່າງກຸ່ມຄົນທີ່ມີສະພາບທາງເສດຖະກິດສັງຄົມ ແລະ ຊົນຊາດຊົນເຜົ່າຕ່າງກັນ. ໃນປີ 2016, ປະມານ 19 ສ່ວນຮ້ອຍ ຂອງປະຊາກອນລາວ ຍັງຂາດໂພສະນາການ ແລະ 33 ສ່ວນຮ້ອຍຂອງເດັກຕ່ຳກວ່າ 5 ປີ ຍັງຢູ່ໃນພາວະເຕ້ຍເກີນມາດຕະຖານ. ໃນຊຸມຊົມທີ່ທຸກຍາກທີ່ສຸດ, ອັດຕາພາວະເຕ້ຍເກີນມາດຕະຖານຂອງເດັກ ແມ່ນສູງກວ່າເດັກໃນຊຸມຊົນທີ່ຮັ່ງມີທີ່ສຸດເຖິງ 3 ເທົ່າ.
ການຊ່ວຍເຫຼືອທຶນເພີ່ມຂອງທະນານຄານໂລກ ແມ່ນມາຈາກສະມາຄົມເພື່ອການພັດທະນາສາກົນ (IDA), ຊຶ່ງແມ່ນທຶນ ສໍາລັບປະເທດທຸກຍາກທີ່ສຸດຂອງທະນາຄານໂລກ. ຫຼັກຖານໄດ້ຊີ້ໃຫ້ເຫັນວ່າ ເດັກຢູ່ໃນພາວະເຕ້ຍກວ່າມາດຕະຖານ ແມ່ນມີຄວາມສ່ຽງສູງກວ່າ ທີ່ຈະມີພະຍາດຊໍ້າເຮື້ອ ເມື່ອເຕີບໂຕເປັນຜູ້ໃຫ່ຍ, ມີຈຳນວນປີຂອງການເຂົ້າໂຮງຮຽນໜ້ອຍກວ່າ ແລະ ເປັນຜູ້ໃຫ່ຍ ທີ່ມີລາຍຮັບຕໍ່າລົງ, ໂຄງການນີ້ ແມ່ນແນໃສ່ປະກອບສ່ວນເຂົ້າສູ່ເປົ້າໝາຍ ຂອງໂຄງການຕົ້ນທຶນດ້ານມະນຸດ ຂອງທະນາຄານໂລກ ໂດຍເພີ່ມການລົງທຶນໃສ່ການພັດທະນາຊັບພະຍາກອນມະນຸດ ເພື່ອສ້າງຄວາມເທົ່າທຽມ ແລະ ການເຕີບໂຕທາງ ເສດຖະກິດທີ່ສູງຂຶ້ນ.
ຂ່າວ: ວຽງຈັນທາຍ
ພາບ: ຄຳພັນ