Vientiane Times Lao
ທະນາຄານໂລກ ອະນຸມັດເງິນ 23 ລ້ານໂດລາ ເພື່ອສົ່ງເສີມສຸຂະພາບ-ໂພຊະນາການ

ທະນາຄານໂລກ ອະນຸມັດເງິນ 23 ລ້ານໂດລາ ເພື່ອສົ່ງເສີມສຸຂະພາບ-ໂພຊະນາການ

ສະພາບໍລິຫານ ທະນາຄານໂລກ ທີ່ ວໍຊິງຕັນ ຫວ່າງບໍ່ດົນມານີ້ ໄດ້ອະນຸມັດເງິນ 23 ລ້ານໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອດຳເນີນໂຄງການເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ໂພຊະນາການ.

ໂຄງການດັ່ງກ່າວ ໄດ້ເປີດຕົວໃນ ເດືອນພະຈິກ 2019 ໂດຍລັດຖະບານແຫ່ງ ສປປ ລາວ ເພື່ອຫຼຸດຜ່ອນອັດຕາການຂາດສານອາຫານເດັກໃນ 4 ແຂວງພາກເໜືອ ຄື: ອຸດົມໄຊ, ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ.

ຈຸດປະສົງໂຄງການດັ່ງກ່າວ ແມ່ນເພື່ອເສີມສ້າງຄວາມຍືນຍົງຂອງບັນດາໂຄງການສາທາລະນະສຸກ, ລວມທັງສຸຂະພາບຂອງແມ່ແລະເດັກ, ການສັກຢາກັນພະຍາດ, ວັນນະໂລກ ແລະ ການປ້ອງກັນໂລກເອດ ໂດຍສຸມໃສ່ສະເພາະໃນການຫຼຸດຜ່ອນການຂາດສານອາຫານໃນພາກເໜືອ ຂອງ ສປປ ລາວ.

ທະນາຄານໂລກ ແລະ ບັນດາຄູ່ຮ່ວມພັດທະນາ ຈະເຮັດວຽກຮ່ວມກັນເພື່ອປັບປຸງດ້ານສຸຂະພາບສຳລັບແມ່ຍິງ ແລະ ເດັກນ້ອຍ, ເຊິ່ງຈະຊ່ວຍຍົກລະດັບຊີວິດການເປັນຢູ່ ແລະ ທຳລາຍວົງຈອນຂອງຄວາມທຸກຍາກ.

ອີງຕາມຂໍ້ມູນຈາກທະນາຄານໂລກ, ປະມານ 33% ຂອງເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ຢູ່ ສປປ ລາວ ແມ່ນເດັກທີ່ຂາດສານອາຫານຊຳເຮື້ອ. ການຂາດສານອາຫານໃນເດັກ ສະແດງໃຫ້ເຫັນເຖິງການສູນເສຍທ່າແຮງຂອງມະນຸດ ແລະ ເສດຖະກິດຂອງປະເທດ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ 

Related Articles

Leave a Reply