Vientiane Times Lao
ທະນາຄານໂລກ ໃຫ້ເງິນກູ້ຢືມ ລັດຖະບານລາວ 22.5 ລ້ານໂດລາ 

ທະນາຄານໂລກ ໃຫ້ເງິນກູ້ຢືມ ລັດຖະບານລາວ 22.5 ລ້ານໂດລາ 

ກະຊວງການເງິນ ແລະ ທະນາຄານໂລກ ໄດ້ມີການລົງນາມ ໃນສັນຍາການສະໜອງທຶນກູ້​ຢືມ​ເພີ່ມ ໃນມື້ວານນີ້ ວັນທີ 16 ທັນວາ 2019 ຈໍານວນ 22.5 ລ້ານໂດລາສະຫະລັດ​ ໃສ່​ກອງ​ທຶນຫຼຸດຜ່ອນຄວາມທຸກຍາກ (ທ​ລຍ) ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ພາ​ວະ​ເຕ້ຍ​ເກີນ​ມາດ​ຕະ​ຖານຂອງເດັກ ໃນ 12 ເມືອງບຸລິມະສິດ ຢູ່ 4 ແຂວງພາກເໜືອ​ຄື: ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ ເຊິ່ງມີຈຳ​ນວນ​ເດັກ​ນ້ອຍ​ທີ່​​ຢູ່​ໃນພາວະເຕ້ຍເກີນມາດຕະ​ຖານ ແລະ ຄວາມທຸກຍາກສູງ.

ການລົງນາມດັ່ງກ່າວ ແມ່ນ ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີ ກະຊວງການເງິນ ຕາງໜ້າໃຫ້ລັດຖະບານລາວ ແລະ ທ່ານ ນີໂກລາ ປອນຕາຣາ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ.

ການສະໜອງທຶນດັ່ງກ່າວ ແມ່ນ ໄດ້ຮັບການອະນຸມັດ ຈາກສະພາບໍລິຫານ ຂອງທະນາຄານໂລກ ໃນວັນທີ 2 ທັນວາ ທີ່ຜ່ານມາ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນຍຸດທະສາດດ້ານໂພສະນາການແຫ່ງຊາດ ຂອງ ລັດຖະບານ ແຫ່ງ ສປປ ລາວ ຊຶ່ງຈະສຸມໃສ່ ພື້ນຖານໂຄງລ່າງ, ການຊ່ວຍເຫຼືອດ້ານໂພສະນາການໃຫ້ແກ່ ແມ່ຍິງຖືພາ ແລະ ເດັກອ່ອນ, ລວມໄປເຖິງກິດຈະກໍາການສ້າງລາຍຮັບຕ່າງໆ ໃຫ້​ແກ່ກຸ່ມຜະລິດ​ສະ​ບຽງອາ​ຫານ​ ຂອງ ​ທ​ລຍ ແລະ ມີແຜນທີ່ຈະຂະຫຍາຍການຈັດຕັ້ງປະຕິບັດກິດຈະກໍາເຫຼົ່ານີ້ ໃນຕົ້ນປີ 2020.

ທ່ານ ບຸນໂຈມ ກ່າວວ່າ: ເງິນກູ້ດັ່ງ​ກ່າວ ຈາກທະນາຄານໂລກ ແມ່ນສອດຄ່ອງກັບຄວາມພະຍາຍາມ ຂອງລັດຖະບານລາວ ໃນການລຶບລ້າງຄວາມທຸກຍາກ, ການຫຼຸດພົ້ນຈາກສະຖານະພາບການເປັນປະເທດດ້ອຍພັດທະນາ, ການຫຼຸດຜ່ອນພາວະເຕ້ຍເກີນມາດຕະຖານຂອງເດັກ ໃນບາງເມືອງທີ່ທຸກ​ຍາກທີ່ສຸດ ຂອງປະເທດ. ການສະໜັບສະໜູນ ຂອງທະນາຄານໂລກ ຈະຊ່ວຍໃຫ້ພວກກ່ຽວໄດ້ຮັບຜົນປະໂຫຍດຢ່າງແທ້ຈິງໂດຍການສົ່ງເສີ່ມພື້ນຖານໂຄງລ່າງຂະໜາດນ້ອຍໃຫ້ມີຜະລິດຕະພັນ ແລະ ການບໍລິໂພກ ສານອາຫານທີ່ຫຼາກຫຼາຍແລະເປັນປະໂຫຍດສະເພາະພວກເຂົາເຈົ້າ.

ບັນຫາຄວາມທຸກຍາກ ຢູ່ ສປປ ລາວ ແມ່ນຫຼຸດລົງ ຈາກ 45% ມາເປັນ 23% ໃນປີ 1992 ຫາ 2013 ແລະ ຄາດວ່າຈະຫຼຸດລົງຕື່ມອີກ ເປັນ 18% ໃນປີ 2019 ນີ້. ແຕ່ລະດັບຄວາມທຸກຍາກ ຍັງຖືວ່າສູງຢູ່,​ ໂດຍສະເພາະ ໃນເຂດຫ່າງໄກ​ສອກຫລີກ ແລະ ໃນກຸ່ມຊົນເຜົ່າຕ່າງໆ. ອີງຕາມຂໍ້ມູນຂອງທະນາຄານໂລກພົບວ່າ ພາ​ວະ​ເຕ້ຍ​ເກີນ​ມາດ​ຕະຖານ ຍັງສືບຕໍ່ຢູ່ໃນລະດັບທີ່ສູງຫຼາຍ ຄື: ປະມານ 19 ເປີເຊັນ ຂອງພົນລະເມືອງລາວແມ່ນຍັງຂາດສານອາຫານ ແລະ 33% ຂອງເດັກນອ້ຍທີ່ມີອາຍຸຕ່ຳ​ກວ່າ 5 ປີ ແມ່ນ ຢູ່​ໃນພ​າ​ວະ​ເຕ້ຍ​ເກີນ​ມາດ​ຕະ​ຖານ. 

ທ່ານ ນີໂກລາ ໄດ້ກ່າວວ່າ: ການຫຼຸດຜ່ອນການຂາດສານ​ອາ​ຫານ ເປັນກຸນ​ແຈອັນສຳຄັນໃນການເພີ່ມຕົ້ນທຶນທາງຊັບພະຍາກອນມະນຸດ ແລະ ການຮັບປະກັນວ່າ ໄວຫນຸ່ມຈະມີຄຸນ​ນະພາບຊີ​ວິດ​ທີ່ດີ ແລະ ຄວາ​ມເພິ່ງພໍໃຈ​ໃນ​ຊີ​ວິດ. ພວກເຮົາຍິນດີ ທີ່ຈະສະ​ໜອງ​ທຶນເພີ່ມ​ໃສ່ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ຍິນດີທີ່ໄດ້ເຫັນໝາກຜົນໄລຍະຕົ້ນ ຂອງການລົງທຶນດັ່ງ​ກ່າວຄື: ເດັກນ້ອຍໄດ້​ຮັບ​ສານອາຫານ​ເພີ່ມ​ຂື້ນ, ສຸກຂະພາບດີຂຶ້ນ, ຊີວິດການເປັນຢູ່​ທີ່​ດີ​ຂຶ້ນ ແລະ ສ້າງຂີດຄວາມສາມາດ ຂອງຄອ​ບຄົວຜູ້ໄດ້ຮັບຜົນປະໂຫຍດ ໃນການວາງແຜນ, ກໍ່ສ້າງ ແລະ ບໍາລຸງຮັກສາ ພື້ນຖານໂຄງ​ລ່າງ.

ອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ຖືກສ້າງຕັ້ງຂຶ້ນ ໃນປີ 2002, ແມ່ນໂຄງ​ການພັດ​ທະ​ນາທີ່ໃຫ່ຍທີ່ສຸດ ຊຶ່ງຂັບເຄື່ອນໂດຍຊຸມຊົນ ແລະ ລວມເອົາຫຼາຍຂະ​ແໜງ​ການ ຢູ່ ສປປ ລາວ. ໃນຕອນຕົ້ນ ກອງທຶນດັ່ງກ່າວ ແມ່ນສຸມໃສ່ ການ​ກໍ່​ສ້າງ ແລະ​ປັບ​ປຸງໂຄງລ່າງຂະໜາດນອ້ຍ ຂອງຊຸມຊົນ ແລະການສ້າງຂີດຄວາມສາມາດ ສໍາລັບການວາງແຜນ ແລະຈັດຕັ້ງປະຕິບັດໂຄງການ. ວ່າງບໍ່ດົນມານີ້, ທ​ລຍ ໄດ້ກາຍເປັນສ່ວນໜຶ່ງ ຂອງຍຸ​ທະ​ສາດດ້ານໂພສະນາການຂອງລັດຖະບານ, ແລະ ​ໄດ້​ຫັນຈຸດສຸມເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນພາ​ວະ​ເຕ້ຍ​ເກີນ​ມາດ​ຕະ​ຖານຂອງເດັກ. ປະຊາຊົນ ຈໍານວນ 1.2 ລ້ານ ຄົນ ໄດ້ຮັບຜົນປະໂຫຍດໂດຍກົງ ຈາກ ທ​ລຍ ຕະ​ຫລອດໄລຍະ 15 ປີ ຜ່ານມານີ້.

ຂ່າວ: ວຽງຈັນທາຍ

ແຫຼ່ງຂ່າວ ແລະ ພາບ: ທະນາຄານໂລກ

Related Articles

Leave a Reply