ທະນາຄານ ອຸດສາຫະກໍາ ແລະ ການຄ້າຈີນ ຈໍາກັດ (ທະນາຄານໄອຊີບີຊີ) ໄດ້ດໍາເນີນການຈັດຊື້ອຸປະກອນການແພດຢ່າງຮີບດ່ວນ ແລະ ຂົນສົ່ງທາງໄກ ເພື່ອມອບໃຫ້ກະຊວງສາທາລະນະສຸກຂອງ ສປປ ລາວ ໃນວັນທີ 08 ເມສາ 2020 ນີ້, ລວມມີຜ້າອັດປາກອະນາໄມສໍາລັບທາງການແພດ 150.000 ອັນ, ເຄື່ອງກວດຫາເຊື້ອ ໄວຣັດ 2 ເຄື່ອງ ມູນຄ່າທັງໝົດປະມານ 120.000 ໂດລາສະຫະລັດ.
ຫຼັງຈາກມີການປະການຂ່າວຢ່າງເປັນທາງການກ່ຽວກັບ COVID-19 ໃນລາວ, ທະນາຄານ ໄອຊີບີຊີ ສາຂານະຄອນຫຼວງວຽງຈັນ ກໍ່ໄດ້ປະສານງານກັບກະຊວງສາທາລະນະສຸກ ທັນທີ, ເພື່ອເກັບກໍາສະພາບການລະບາດໃນປັດຈຸບັນ ແລະ ຄວາມຕ້ອງການດ້ານອຸປະກອນການແພດ, ແລະ ລາຍງານສໍານັກງານໃຫຍ່ຂອງທະນະຄານ. ໃນເວລາດຽວກັນນັ້ນ, ການລະບາດຂອງພະຍາດ COVID-19 ກໍ່ໄດ້ຂະຫຍາຍໄປທົ່ວໂລກ, ທະນາຄານ ໄອຊີບີຊີ ໄດ້ວາງແຜນຊ່ວຍເຫຼືອວຽກງານການຕ້ານ COVID-19 ຢູ່ຕ່າງປະເທດຢ່າງຕັ້ງໜ້າ, ຫຼັງຈາກໄດ້ຮັບຮູ້ກ່ຽວກັບສະພາບການຢູ່ ສປປ ລາວ, ກໍ່ໄດ້ຈັດປະເທດລາວເຂົ້າໃນລາຍຊື່ເປົ້າໝາຍທີ່ຈະມອບເຄື່ອງຊ່ວຍເຫຼືອ, ແລະ ຊ່ວຍຊອກຫາແຫຼ່ງຈໍາໜ່າຍອຸປະກອນ ແລະ ເສັ້ນທາງການຂົນສົ່ງ.
ທະນາຄານ ໄອຊີບີຊີ ໄດ້ປຸກລະດົມສາຂາທົ່ວ ສປ ຈີນ ເພື່ອຊ່ວຍຊອກຫາແຫຼ່ງຈໍາໜ່າຍອຸປະກອນ, ແຕ່ລະສາຂາກໍ່ໄດ້ຕອບສະໜອງຢ່າງຕັ້ງໜ້າ, ພາຍໃນ 01 ວັນ ສາຂາຈ່ຽງຊີ ກໍ່ສາມາດຈັດຊື້ຜ້າອັດປາກອະນາໄມສໍາລັບທາງການແພດ ໄດ້ 150.000 ອັນ. ພາຍໃຕ້ການປະສານງານຊ່ວຍເຫຼືອຈາກສໍານັກງານໃຫຍ່, ທະນາຄານ ໄອຊີບີຊີ ສາຂານະຄອນຫຼວງວຽງຈັນ ແລະ ສາຂາຈ່ຽງຊີ ສາມາດປະສານງານກັນໄດ້ຢ່າງວ່ອງໄວ, ເຮັດໃຫ້ການຈັດຊື້ ແລະ ການຂົນສົ່ງຜ່ານໄປດ້ວຍດີ.
ໃນການປະສານງານກັບກະຊວງສາທາລະນະສຸກ ຂອງທະນາຄານພວກເຮົາຍັງໄດ້ຮັບຮູ້ຕື່ມອີກວ່າ ໃນປັດຈຸບັນ ເຄື່ອງກວດຫາເຊື້ອ ໄວຣັດ ຢູ່ ສປປ ລາວ ຍັງຂາດແຄນ, ເຮັດໃຫ້ການກວດຫາເຊື້ອຍັງມີຄວາມຫຍຸ້ງຍາກຫຼາຍທະນາຄານ ໄອຊີບີຊີ ສໍານັກງານໃຫຍ່ ກໍ່ໄດ້ປະສານງານຜ່ານ 2 ສາຂາພາຍໃນ ແລະ ຕ່າງປະເທດອີກຄັ້ງໜຶ່ງ ກໍ່ຄືສາຂານະຄອນຫຼວງວຽງຈັນ ແລະ ສາຂາຫູໜານ, ໂດຍໄດ້ພົວພັນຫາຫົວໜ່ວຍຜະລິດອຸປະກອນຢູ່ແຂວງຫູໜານ ສປ ຈີນ ທັນທີ. ຜ່ານການແລກປ່ຽນຂໍ້ມູນຫຼາຍຄັ້ງລະຫວ່າງຜູ້ຜະລິດ ແລະ ກະຊວງສາທາລະນະສຸກ ລາວ, ສຸດທ້າຍກໍ່ສະຫຼຸບໄດ້ຂະໜາດຂອງເຄື່ອງມື, ຂອບເຂດການນໍາໃຊ້ ແລະ ຂໍ້ມູນອື່ນໆ, ໃຊ້ເວລາທັງໝົດພຽງໜຶ່ງອາທິດ, ກໍ່ສາມາດສໍາເລັດຂັ້ນຕອນການຈັດຊື້ ແລະ ຂົນສົ່ງອອກຈາກສາງຊາ.
ທະນາຄານ ໄອຊີບີຊີ ສາຂານະຄອນຫຼວງວຽງຈັນໄດ້ຕິດຕໍ່ພົວພັນຢ່າງໃກ້ຊິດກັບ ກະຊວງສາທາລະນະສຸກ ລາວ, ບໍລິສັດຂົນສົ່ງ, ສາຂາທະນາຄານໃນ ສປ ຈີນ, ຕິດຕາມສະພາບການຂົນສົ່ງ, ໃຫ້ຄວາມຮ່ວມມືໃນການແຈ້ງສິນຄ້າຂາເຂົ້າ, ການຂໍຍົກເວັ້ນພາສີ ແລະ ຂັ້ນຕອນນໍາເຂົ້າອື່ນໆ, ຊ່ວຍປະສານງານແກ້ໄຂບັນຫາສະເພາະໜ້າທີ່ເກີດມີໃນເວລາຂົນສົ່ງ, ພາຍໃຕ້ການຮ່ວມມື ແລະ ສະໜັບສະໜູນຈາກແຕ່ລະຝ່າຍ ເຮັດໃຫ້ອຸປະກອນທັງໝົດສາມາດມາຮອດ ສປ ລາວ ໃນຕົ້ນເດືອນເມສາ.
ທະນາຄານ ໄອຊີບີຊີ ໄດ້ປະຕິບັດພັນທະຕໍ່ສັງຄົມຢ່າງຕັ້ງໜ້າ, ການຮ່ວມມືກັບສັງຄົມລາວຕ້ານ COVID-19, ແມ່ນການສະແດງອອກທີ່ເປັນຮູບປະທໍາຂອງຄູ່ຮ່ວມຊະຕາກໍາ. ຄືດັ່ງກັບຄໍາເວົ້າຂອງ ທ່ານ ຈຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ທີ່ວ່າ: ພະຍາດເຖິງຈະຮ້າຍແຮງປານໃດ, ແຕ່ຄວາມຮັກແພງຈະເອົາຊະນະໄດ້, ການທີ່ມີພູຜາສາຍ ນໍ້າຕິດຈອດກັນ, ຕ່າງຊ່ວຍຊູ້ຍູ້ໜູນ ເປັນພຶດຕິກໍາຕົວຈິງທີ່ສ່ອງແສງໃຫ້ເຫັນເຖິງຄູ່ຮ່ວມຊະຕາກໍາລາວ-ຈີນຢ່າງແທ້ຈິງ, ລາວ-ຈີນ ຈະມີອະນາຄົດທີ່ສົດໃສກວ່າເກົ່າ.
ຂ່າວ-ພາບ: ຄໍາພັນ