Vientiane Times Lao
ທະນາຄານ ແຫ່ງ ສປປ ລາວ ເຂົ້າຄຸ້ມຄອງທະນາຄານກໍ່ສ້າງລາວຫລັງຈາກຂາດສະພາບຄ່ອງ

ທະນາຄານ ແຫ່ງ ສປປ ລາວ ເຂົ້າຄຸ້ມຄອງທະນາຄານກໍ່ສ້າງລາວຫລັງຈາກຂາດສະພາບຄ່ອງ

ທະນາຄານ ແຫ່ງ ສປປ ລາວ ໄດ້ແຈ້ງໃຫ້ ຮູ້ວ່າ:  ທະນາຄານແຫ່ງ ສປປ ລາວ ໄດ້ເຂົ້າຄຸ້ມຄອງທະນາຄານລາວກໍ່ສ້າງ ຈຳກັດແລ້ວ ຫຼັງຈາກທີ່ທາງທະນາຄານດັ່ງກ່າວ ໄດ້ມີການຂາດສະພາບຄ່ອງຕົວ ເລື່ອງການເງິນ ແລະ ຄວາມໝັ້ນຄົງ ຊຶ່ງໄດ້ມີ ການອອກແຈ້ງການໃນວັນທີ 24 ທັນວາ ທີ່ຜ່ານມາ ເຖິງລູກຄ້າເງິນຝາກ ແລະ ເຈົ້າໜີ້ ຂອງທະນາທະນາຄານລາວກໍ່ສ້າງຈຳກັດ ໃຫ້ເຂົ້າມາສະໜອງຂໍ້ມູນກ່ຽວກັບ ເງິນຝາກ ແລະ ເຈົ້າໜີ້ ໃຫ້ຄະນະຄຸ້ມຄອງ ທະນາຄານ ທຸລະກິດ ຂອງທະນາຄານແຫ່ງ ປະເທດລາວ ນັບແຕ່ວັນທີ 25 ທັນວາ 2019 ຫາ 25 ມັງກອນ 2020 ໃນເວລາ 9 ໂມງ ຫາ 15 ໂມງ ຢູ່ສໍານັກງານຂອງທະນາ ຄານລາວກໍ່ສ້າງຈຳກັດ ຕັ້ງຢູ່ບ້ານໂພນສີນວນ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.

ໃບແຈ້ງການດັ່ງກ່າວໄດ້ລະບຸໄວ້ວ່າ: ກໍລະນີທີ່ບໍ່ສາມາດສະໜອງຂໍ້ມູນດ້ວຍຕົນເອງ ໃຫ້ມີໃບມອບສິດໂດຍມີການຢັ້ງຢືນຈາກອົງການປົກຄອງບ້ານ. ແຕ່ຖ້າບໍ່ເຂົ້າມາພົວພັນຕາມກຳນົດຄື: ແຕ່ວັນທີ 25 ທັນວາ 2019 ຫາ 25 ມັງກອນ 2020 ທາງຄະນະຈະບໍ່ຮັບຜິດຊອບພິຈາລະນາໜີ້ສິນດັ່ງກ່າວ.

ລູກຄ້າເງິນຝາກທີ່ຈະເຂົ້າມາໃຫ້ຂໍ້ມູນຕ້ອງໄດ້ກຽມເອກະສານຕ່າງໆດັ່ງນີ້: ບັດປະຈຳຕົວ, ສຳມະໂນຄົວ ຫຼື ໜັງສືຜ່ານແດນພ້ອມສຳເນົາ ເອກະສານດັ່ງກ່າວ, ໃບທະບຽນວິສາຫະກິດ ສຳລັບລູກຄ້າທີ່ເປັນນິຕິບຸກຄົນ ພ້ອມສຳເນົາເອກກະສານດັ່ງກ່າວ, ປື້ມບັນຊີເງິນຝາກພ້ອມສຳເນົາດັ່ງກ່າວ.

ສະເພາະເຈົ້າໜີ້ ແມ່ນຕ້ອງໄດ້ກຽມເອກະສານມາພ້ອມດັ່ງນີ້ : ເອກກະສານຫຼັກຖານຢືນຢັນ ຕົວຕົນຂອງເຈົ້າໜີ້ ຂອງທະນາຄານພ້ອມດ້ວຍສຳເນົາເອກະສານ, ເອກະສານຢັ້ງຢືນຕົວຕົນຂອງເຈົ້າໜີ້ ພ້ອມດ້ວຍສຳເນົາເອກະສານດັ່ງກ່າວເປັນ ຕົ້ນແມ່ນບັດປະຈຳຕົວ, ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ແລະ ໃບທະບຽນວິສາ ຫະກິດສຳລັບລູກຄ້າທີ່ເປັນນິຕິບຸກຄົນ.  

ຂ່າວ: ວຽງຈັນທາຍ

Related Articles

Leave a Reply