Vientiane Times Lao
ທະນາຄານ 3 ແຫ່ງຈາກ ສປປ ລາວ ເຂົ້າຮ່ວມເຄືອຂ່າຍພັນທະມິດທະນາຄານການຄ້າສີຂຽວ

ທະນາຄານ 3 ແຫ່ງຈາກ ສປປ ລາວ ເຂົ້າຮ່ວມເຄືອຂ່າຍພັນທະມິດທະນາຄານການຄ້າສີຂຽວ

ທະນາຄານລາວ-ຝຣັ່ງ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ທະນາຄານພົງສະຫວັນ ຈໍາກັດ ຈາກ ສປປ ລາວ ໄດ້ເຂົ້າຮ່ວມເຄືອຂ່າຍພັນທະມິດທະນາຄານການຄ້າສີຂຽວ ຂອງອົງການການເງິນສາກົນ (IFC) ເພື່ອສະໜັບສະໜູນການຫັນເປັນ ທະນາຄານເພື່ອຄວາມຍືນຍົງ ດ້ານສິ່ງແວດລ້ອມ ໃນອາຊີ-ປາຊີຟິກ ໃນວັນທີ 9 ກັນຍາ 2025 ຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນ.

ໂດຍທະນາຄານທັງ 3 ແຫ່ງຈາກ ສປປ ລາວ ຈະຮ່ວມມືກັບທະນາຄານອື່ນໆ ໃນພາກພື້ນ 17 ທະນາຄານ ເພື່ອສ້າງເປັນກຸ່ມບຸກເບີກ ໃນການເປັນສະມາຊິກເຄືອຂ່າຍພັນທະມິດ ຊຸດທໍາອິດ ທີ່ມີຊັບສິນທັງໝົດລວມເປັນມູນຄ່າຫຼາຍກວ່າ 5,6 ພັນຕື້ໂດລາສະຫະລັດ, ເປັນບາດກ້າວສຳຄັນ ໃນການເລັ່ງການຫັນປ່ຽນທະນາຄານການຄ້າ ໄປສູ່ຄວາມເປັນເລີດດ້ານການທະນາຄານສີຂຽວ ໂດຍການເຊື່ອມສານວິທີການປະຕິບັດທີ່ດີທີ່ສຸດ ລະດັບສາກົນເຂົ້າເປັນຮູບແບບທຸລະກິດ ທີ່ນໍາໃຊ້ນະວັດຕະກຳໃໝ່ ເພື່ອສົ່ງເສີມເງິນກູ້ແບບຍືນຍົງ ໃນຕະຫຼາດເກີດໃໝ່ ແລະ ປະເທດທີ່ກຳລັງພັດທະນາ ຢູ່ອາຊີ-ປາຊີຟິກ.

ເຄືອຂ່າຍພັນທະມິດ ແມ່ນຊ່ອງທາງແພຣັດຟອມ ທີ່ສ້າງຂຶ້ນໂດຍການເຊື້ອເຊີນບັນດາທະນາຄານ ທີ່ມີຄວາມມຸ່ງໝັ້ນໃນການເຊື່ອມສານ ແນວທາງປະຕິບັດແບບຍືນຍົງ ເຂົ້າໃນຍຸດທະສາດຫຼັກ ດ້ານການສະໜອງທຶນ ຂອງທະນາຄານ ເພື່ອຫັນເປັນເສດຖະກິດຄາບອນຕໍ່າ, ມີຄວາມທົນທານ ແລະ ຄອບຄຸມຮອບດ້ານ. ເຄືອຂ່າຍພັນທະມິດ ຈະສົ່ງເສີມເງິນກູ້ສີຂຽວຢ່າງເຕັມຮູບແບບ ສຳລັບຂະແໜງພະລັງງານທົດແທນ, ປະສິດທິພາບດ້ານການນໍາໃຊ້ພະລັງງານ, ການຂົນສົ່ງແບບຍືນຍົງ, ການຫັນປ່ຽນຂອງທຸກຂະແໜງການ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ການດຳເນີນງານທີ່ອີງໃສ່ທໍາມະຊາດເປັນພື້ນຖານ ແລະ ເສດຖະກິດໝູນວຽນ ເພື່ອເລັ່ງການຫັນປ່ຽນ ຂອງບັນດາທະນາຄານ ໃນຕະຫຼາດເກີດໃໝ່ ໄປສູ່ການເຕີບໂຕແບບຍືນຍົງ ແລະ ທົນທານ.

ໃນຖານະທີ່ເປັນສ່ວນໜຶ່ງຂອງຊຸມຊົນ ແລະ ການຮ່ວມມືສະເພາະ ບັນດາສະມາຊິກຈະໄດ້ຮຽນຮູ້, ເຊື່ອມໂຍງ ແລະ ສຶກສາຜ່ານຮູບແບບການປະຕິບັດຕົວຈິງ ທີ່ສົ່ງເສີມວິທີການປະຕິບັດທີ່ດີທີ່ສຸດ ດ້ານການເປັນທະນາຄານສີຂຽວ ແລະ ຈະໄດ້ຮັບການຊຸກຍູ້ຊ່ວຍຫຼືອ ຕະຫຼອດໄລຍະທີ່ດຳເນີນການຫັນປ່ຽນ. ບັນດາທະນາຄານທີ່ເປັນເຄືອຂ່າຍພັນທະມິດ ຈະໄດ້ຮັບປະໂຫຍດຈາກເຄືອຂ່າຍສະຖາບັນຊັ້ນນໍາ ທີ່ຈະຊຸກຍູ້ດ້ານການເຂົ້າເຖິງຄໍາແນະນໍາ ແລະ ແຫຼ່ງທຶນສະເພາະ ເພື່ອຊ່ວຍໃຫ້ບັນດາສະມາຊິກ ສາມາດຂະຫຍາຍວິທີການປະຕິບັດ ເພື່ອຫຼຸດຜ່ອນຜົນກະທົບ ແລະ ສາມາດປັບຕົວຕໍ່ການປ່ຽນແປງດ້ານດິນຟ້າອາກາດ ແລະ ສາມາດເຂົ້າເຖິງໂອກາດດ້ານສິ່ງແວດລ້ອມ ສຳລັບຂະແໜງການຕ່າງໆເຊັ່ນ: ພະລັງງານ, ຂົນສົ່ງ, ກະສິກຳ ແລະ ການພັດທະນາຕົວເມືອງ.

ທ່ານ ອາເລນ ຟໍເລມູ ຜູ້ອໍານວຍການ ກຸ່ມສະຖາບັນການເງິນ ຂອງ IFC ປະຈໍາພາກພື້ນ ອາຊິ-ປາຊີຟິກ ໄດ້ກ່າວວ່າ: ສະມາຊິກເຄືອຂ່າຍພັນທະມິດ ຊຸດທໍາອິດນີ້, ສະແດງໃຫ້ເຫັນເຖິງ ການເພີ່ມຂຶ້ນຂອງຄວາມມຸ່ງໝັ້ນ ແລະ ການເປັນຜູ້ນໍາ ໃນຂົງເຂດການເງິນສີຂຽວ ຂອງບັນດາທະນາຄານການຄ້າ “ເຄືອຂ່າຍພັນທະມິດດັ່ງກ່າວ ບໍ່ພຽງແຕ່ເປັນເຄືອຂ່າຍເພື່ອການຮ່ວມມືເທົ່ານັ້ນ ແຕ່ຍັງເປັນຊຸມຊົນຂອງບັນດາສະຖາບັນ ທີ່ມີຄວາມມຸ່ງໝັ້ນໃນການເຮັດວຽກຮ່ວມກັນ ເພື່ອຫັນປ່ຽນດ້ານການເງິນ, ລຶບລ້າງຄວາມແຕກໂຕນດ້ານການເງິນ ສຳລັບວຽກງານດິນຟ້າອາກາດທີ່ມີມູນຄ່າຫຼາຍພັນຕື້ໂດລາສະຫະລັດ ແລະ ຈັດຕໍາແໜ່ງຕະຫຼາດເກີດໃໝ່ໃຫ້ຢູ່ແຖວໜ້າ ຂອງການເຕີບໂຕດ້ານເສດຖະ ກິດແບບຍືນຍົງ.

ຂ່າວຈາກ: ອົງການການເງິນສາກົນ

Related Articles

Leave a Reply