ໂຄງການກໍ່ສ້າງທາງດ່ວນວຽງຈັນໝາຍເລກ 1 ນັບແຕ່ເຂດເສດຖະກິດສະເພາະບຶງທາດ ຫຼວງ ເມືອງ ໄຊເຊດຖາ ຫາ ດົງໝາກຄາຍ ເມືອງ ໄຊທານີ ມີຄວາມຍາວ 15,30 ກິໂລແມັດ ໄດ້ເຮັດພິທີວາງສີລາລືກ ການກໍ່ສ້າງມື້ເຊົ້າວັນທີ 20 ກຸມພາ 2020 ນີ້ ຢູ່ ເຂດເສດຖະກິດສະເພາະບຶງທາດຫຼວງ. ຕາມແຜນການຈະໃຫ້ສໍາເລັດການກໍ່ສ້າງ ພາຍໃນ 24 ເດືອນ ຫຼື ຈະສໍາເລັດໃນປີ 2021. ເຂົ້າຮ່ວມພິທີໂດຍທ່ານ ປ.ອ ສີນລະວົງ ຄຸດໄພທູນ ເຈົ້າຄອງນະຄອນ ຫຼວງວຽງຈັນ.
ຈຸດປະສົງໃນການສ້າງທາງດ່ວນນີ້ເພື່ອແນໃສ່ແກ້ໄຂບັນຫາລົດແອອັດແລະລົດຕິດໃນຕົວ ເມືອງ.
ໂຄງການກໍ່ສ້າງທາງດ່ວນວຽງຈັນໝາຍເລກ1 ເປັນການລົງທຶນຂອງນັກທຸລະກິດເອກະຊົນ (ບໍລິສັດທາງດ່ວນວຽງຈັນໝາຍເລກ 1) ໃນຮູບແບບ BOT ຊຶ່ງໄລຍະສໍາປະທານ ແມ່ນ 50 ປີ ມີມູນຄ່າການລົງທຶນປະມານ 200 ລ້ານໂດລາ ໃນນີ້ລວມມີຄ່າຊົດເຊີຍ, ທົດແທນມູນຄ່າເສຍຫາຍໃຫ້ຜູ້ຖືສິດນໍາໃຊ້ ແລະ ສິດໃຊ້ທີ່ດິນທີ່ຖືກໂຄງການ ລວມ ປະມານ 50 ລ້ານໂດລາ (ຊົດເຊີຍປະ ຊາຊົນຜູ້ຖືກຜົນກະທົບເປັນສ່ວນໃຫຍ່ ແລ້ວ).
ໂຄງການດັ່ງກ່າວມີຄວາມຍາວ 15,30 ກິໂລແມັດ, ໜ້າທາງກວ້າງ 23,6 ແມັດ ປະກອບມີ 4 ເລນ ບາງເຂດຈະປູດ້ວຍ ຄອນກິດ ແລະ ບາງເຂດຈະປູດ້ວຍຢາງ, ຈະມີທາງຂຶ້ນລົງ 8 ຈຸດຄື: ເຂດເສດຖະກິດສະເພາະບຶງທາດຫລວງ, ບ້ານໂນນສະຫວ່າງ, ເມືອງດອກຈໍາປາ, ຕະຫຼາດອານຈີ, ຖະໜົນ 450 ປີ, ບ້ານໄຊ, ຖະໜົນ 13 ໃຕ້ ແລະ ດົງໝາກຄາຍ ຊຶ່ງໂຄງການກວມເອົາ 2 ເມືອງ 21 ບ້ານ ຄືເມືອງ ໄຊເຊດຖາ 14 ບ້ານ ແລະ ເມືອງ ໄຊທານີ 7 ບ້ານ.
ຂ່າວ: ວຽງຈັນທາຍ
ຮູບ: ຕ້ອມ