Vientiane Times Lao
ທິມແພດຈະສືບຕໍ່ຕິດຕາມຜູ້ໃກ້ຊິດກັບ 11 ຄົນ ທີ່ຕິດເຊື້ອໂຄວິດ-19

ທິມແພດຈະສືບຕໍ່ຕິດຕາມຜູ້ໃກ້ຊິດກັບ 11 ຄົນ ທີ່ຕິດເຊື້ອໂຄວິດ-19

ນອກຈາກຈະໄດ້ຕິດຕາມຜູ້ໃກ້ຊິດສໍາຜັດກັບຜູ້ຕິດເຊື້ອໂຄວິດ-19 ຄົນທີ 11 ຈໍານວນ 100 ກວ່າຄົນ ທີ່ໄດ້ລາຍງານໃນມື້ວານນີ້, ທິມແພດ ຍັງຈະສືບຕໍ່ເກັບຕົວຢ່າງຜູ້ທີ່ຖືກແຍກປ່ຽວ ທີ່ຍັງເຫຼືອຈຳນວນ 89 ຄົນ ທີ່ໄດ້ໃກ້ຊິດສໍາຜັດກັບ 10 ກໍລະນີຕິດເຊື້ອທໍາອິດ ແລະ ຊາວຜູ້ອອກແຮງງານລາວ ທີ່ກັບມາຈາກປະເທດໄທ ສະເພາະຜູ້ທີ່ມີຄວາມສ່ຽງຕິດເຊື້ອສູງມາກວດວິເຄາະຢັ້ງຢືນການບົ່ງມະຕິ.

ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນມື້ວານນີ້ວ່າ: ນັບແຕ່ເດືອນມັງກອນ 2020 ຮອດວັນທີ 4 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 604 ຄົນ, ກວດພົບເຊື້ອທັງໝົດ 11 ຄົນ.

ມາຮອດວັນທີ 4 ເມສາ 2020 ຕົວຢ່າງທັງໝົດທີ່ກວດໃນນັ້ນມີຄົນລາວທີ່ໄປອອກແຮງງານຢູ່ປະເທດໄທ ກັບມາລາວ 47 ຄົນ (ກໍລະນີສົງໄສໃໝ່ 3 ກໍລະນີ ແລະ ກວດບໍ່ພົບເຊື້ອ).

ດຣ. ພູທອນ ເມືອງປາກ ກ່າວຕື່ມວ່າ ສໍາລັບຄົນລາວທີ່ໄປອອກແຮງງານຢູ່ປະເທດໄທ ກັບມາລາວນັ້ນ ພວກເຮົາຈະເນັ້ນໜັກເປັນພິເສດ ແມ່ນກຸ່ມທີ່ມາຈາກເຂດທີ່ມີຄວາມສ່ຽງສູງ ເຊັ່ນ ຜູ້ທີ່ເຮັດວຽກຢູ່ຕາມຮ້ານອາຫານ ແລະ ສະຖານທີ່ຕ່າງໆຢູ່ບາງກອກ, ສ່ວນຜູ້ທີ່ເຮັດວຽກຢູ່ສວນ ຫຼື ທົ່ງນາ ຄວາມສ່ຽງກໍ່ຈະໜ້ອຍລົງ ແຕ່ກໍ່ຕ້ອງໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດເຊັ່ນດຽວກັນ.

ສະນັ້ນ ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ມີສ່ວນຮ່ວມຢ່າງເປັນເຈົ້າການ ດ້ວຍຄວາມຮັບຜິດຊອບສູງ ເປັນຕົ້້ນເຈົ້າໜ້າ ທີ່ຢູ່ດ່ານຊາຍແດນ, ຜູ້ຖືກແນະນຳໃຫ້ຈຳກັດບໍລິເວນຕົນເອງ, ຄອບຄົວຂອງຜູ້ຖືກແນະນຳຈຳກັດຕົນເອງ, ອຳນາດການປົກຄອງທ້ອງຖິ່ນ, ສະເພາະແພດໝໍ, ພະຍາບານຂອງພວກເຮົາ ກໍ່ຈະໃຊ້ຄວາມພະຍາຍາມສູງເພື່ອປິ່ນປົວຄົນເຈັບຕາມຫຼັກວິທະຍາສາດເພື່ອໃຫ້ຫາຍດີໄວ.

ຕາມຕົວເລກຂອງມະຫາວິທະຍາໄລ JOHNS HOPKINS ສະຫະລັດອາເມລິກາໄດ້ແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 6 ເມສາ 2020 ເວລາ 6:00 ໂມງ ຕາມເວລາວຽງຈັນ, ທົ່ວໂລກມີຜູ້ຕິດ ເຊື້ອໂຄວິດ-19 ເຖິງ 1.270.069 ຄົນ ແລະ ເສຍຊີວິດ 69.309 ຄົນ. ຕົວເລກຍັງສະແດງໃຫ້ເຫັນວ່າ ອາເມລິກາມີຜູ້ຕິດເຊື້ອເຖິງ 335.524 ຄົນ.

ຕາມການລາຍງານສະພາບພະຍາດຂອງອົງການອະນາໄມໂລກໃນວັນທີ 5 ເມສາ 2020 ວ່າ: ຈີນຜ່ານການຕໍ່ສູ້ກັບພະຍາດມາເປັນເວລາ 2 ເດືອນ, ຈາກໄລຍະການສະກັດກັ້ນເຂົ້າສູ່ໄລຍະຫລຸດຜ່ອນ. ປະສົບການຂອງຈີນກຳລັງຊ່ວຍປະເທດອື່ນໆໃນການປະຕິບັດການຕ້ານພະຍາດດັ່ງກ່າວ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ 

Related Articles

Leave a Reply