Vientiane Times Lao
ທີມກິລາບານເຕະ ນະຄອນຫຼວງວຽງຈັນ ໄດ້ຮັບການສະໜັບສະໜູນຈາກ ກຸ່ມບໍລິສັດ ສຽນເສີງ 500 ລ້ານກີບ

ທີມກິລາບານເຕະ ນະຄອນຫຼວງວຽງຈັນ ໄດ້ຮັບການສະໜັບສະໜູນຈາກ ກຸ່ມບໍລິສັດ ສຽນເສີງ 500 ລ້ານກີບ

ກຸ່ມບໍລິສັດ ສຽນເສີງ ຈຳກັດ ສະໜັບສະໜູນທີມນັກກິລາເຕະບານ ທີມຍິງ-ຊາຍ ແລະ ຟຸດຊໍ ເຈົ້າພາບນະຄອນຫຼວງ ວຽງຈັນ (ນວ) 500 ລ້ານກີບ  ກຽມເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025 ນີ້. ພິທີມອບ-ຮັບການສະໜັບສະໜູນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2025 ນີ້ທີ່ສຳນັກງານ ນວ, ກ່າວມອບໂດຍທ່ານ ຕິງຕິງ ປະທານບໍລິສັດ ສຽນເສີງ ຈຳກັດ ແລະ ກ່າວຮັບໂດຍທ່ານ  ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນ ປະທານ ຈັດງານນະຄອນຫຼວງວຽງຈັນ ເກມ 2025, ມີທ່ານ ຄຳໃສ ທອງປະເສີດ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. 

ທ່ານ ຄຳໃສ ທອງປະເສີດ ກ່າວໃຫ້ຮູ້ວ່າ: ເນື່ອງຈາກກິລາບານເຕະ ເປັນກິລາຍອດນິຍົມ ຕ້ອງໄດ້ມີການກະກຽມຄວາມ ພ້ອມຮອບດ້ານຂອງຮ່າງກາຍ ແລະ ເສີມສ້າງສະມັດຖະພາບໃຫ້ນັກກິລາ ມີຄວາມແຂງແຮງ ກຽມພ້ອມສ້າງຜົນ ງານໃນການແຂ່ງຂັນ. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ນຳໃຊ້ງົບປະມານຮັບໃຊ້ຈຳນວນຫຼາຍ ໂດຍຄາດຄະເນ ໃນເບື້ອງຕົ້ນ ໃນການນຳໃຊ້ເຂົ້າໃນກິລາບານເຕະ 3 ລາຍການ ຄື: ບານເຕະທີມຍິງ-ຊາຍ ແລະ ຟຸດຊໍຊາຍ ເກືອບ 100 ຄົນ, ດັ່ງນັ້ນ ໃນການມອບຄັ້ງນີ້ ກໍຍັງບໍ່ທັນພຽງພໍໃນການຕອບສະໜອງໃຫ້ແກ່ທີມນັກກິລາເພື່ອກຽມສ້າງ ຜົນງານ ຈຶ່ງຂໍຮຽກຮ້ອງມາຍັງບັນດາພາກສ່ວນທຸລະກິດ ປະກອບສ່ວນສົ່ງເສີມລູກຫຼານ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມສ້າງຜົນງານໃຫ້ໄດ້ຕາມເປົ້າໝາຍ ຍາດໄດ້ຫຼຽນຄຳ ສ້າງກຽດຊື່ສຽງໃຫ້ແກ່ນະຄອນຫຼວງວຽງຈັນ.

ປັດຈຸບັນກິລາບານເຕະ ທັງ 3 ລາຍການ ໄດ້ມີການເກັບຕົວຝຶກຊ້ອມຢ່າງເປັນປົກກະຕິ ໃນໄລຍະ 2 ເດືອນ ຜ່ານມາ ຊຶ່ງໄດ້ມີການນອນສູນທີ່ ລ້ານຊ້າງອິນດໍ ເຂດບ້ານດອນກອຍ ເມືອງສີສັດຕະນາກ ສ່ວນສະໜາມຝຶກຊ້ອມ ກໍໄດ້ຝຶກຊ້ອມທີ່ສະໜາມກິລາລ້ານຊ້າງ ສະເຕດ້ຽມ, ເດີ່ນບານຫຍ້າທຽມ ເບ ສະຫວັນ ແລະ ລ້ານຊ້າງອິນດໍ. 

(ພາບ-ຂ່າວຈາກ ປະຊາຊົນ)

Related Articles

Leave a Reply