ນັກກິລາບານເຕະຊາຍ ທີມຊາດລາວລຸ້ນອາຍຸບໍ່ເກີນ 19 ປີ (U-19) ສາມາດເຂົ້າຮອບ 16 ທີມສຸດທ້າຍ ຂອງການແຂ່ງຂັນບານເຕະ ລາຍການຊິງແຊັມອາຊີ ລຸ້ນອາຍຸບໍ່ເກີນ 19 ປີ ຫຼື (2020 AFC U-19 Championship).
ນັກກິລາບານເຕະທີມຊາດລາວສາມາດຜ່ານຮອບຄັດເລືອກຂອງລາຍການດັ່ງກ່າວທີ່ ສ.ປ.ຈີນໄດ້ໃນກຸ່ມ H ດ້ວຍການສະເໝີ ທີມທີ່ແຂງແກ່ນໃນກຸ່ມຄື ອົດສະຕຣາລີ 2-2 ໃນວັນທີ 06 ພະຈິກ 2019, ກ່ອນທີ່ຈະເອົາຊະນະ ໄຕ້ຫວັນ 2-1 ໃນວັນທີ 8 ແລະ ຖະຫຼົ່ມ ມາເກົາ 6-0 ຕື່ມອີກໃນວັນທີ 10 ທີ່ຜ່ານມາ.
ທີມຊາດລາວໄດ້ກັບມາຮອດນະຄອນຫຼວງວຽງຈັນ ໃນຕອນຄ່ຳຂອງວັນທີ 11 ພະຈິກ 2019. ພາຍຫຼັງສໍາເລັດການແຂ່ງຂັນ ລາວເປັນທີມທີສອງຂອງກຸ່ມ H ມີ 7 ຄະແນນ ເຂົ້າຮອບ 16 ທີມໄປພ້ອມກັບທີມອັນດັບໜຶ່ງຂອງກຸ່ມຄື ອົດສະຕຣາລີ ດ້ວຍ 7 ຄະແນນ ຄືກັນແຕ່ປະຕູໄດ້ເສຍດີກວ່າຈຶ່ງເປັນທີໜຶ່ງຂອງສາຍ ເຂົ້າຮ່ວມການແຂ່ງຂັນລາຍການຊິງແຊັມອາຊີ ລຸ້ນອາຍຸບໍ່ເກີນ 19 ປີ ຢູ່ ປະເທດ ອຸດສະເບກິດສະຖານ ໃນເດືອນຕຸລາ ປີ 2020.
ສະຫຼຸບຕະລາງຄະແນນຈາກ ເອເອັບຊີໃນຕອນເຊົ້າມື້ນີ້ ເຫັນວ່າ ກຸ່ມ A ຍັງບໍ່ໄດ້ມີການແຂ່ງຂັນ, ສ່ວນ ກຸ່ມ B: ກາຕາ ແລະ ເຢເມນ, ກຸ່ມ C: ຕັດຈິກິດສະຖານ ແລະ ເລບານອນ, ກຸ່ມ D: ອີລານ ແລະ ກຽກກິດສະຖານ, ກຸ່ມ E: ບາເລນ ແລະ ຈໍແດນ, ກຸ່ມ F: ຊາອູດິດ ອາຣັບບີ ແລະ ອຸດສະເບກິດສະຖານ, ກຸ່ມ G: ມາເລເຊຍ ແລະ ກຳປູເຈຍ, ກຸ່ມ H: ອົດສະຕຣາລີ ແລະ ລາວ, ກຸ່ມ I: ສ.ເກົາຫຼີ ແລະ ຈີນ, ກຸ່ມ J: ຍີ່ປ່ນ ແລະ ຫວຽດນາມ ແລະ ກຸ່ມ K: ອິນໂດເນເຊຍ ແລະ ສາທາລະນະລັດ ປະຊາຊົນເກົາຫຼີ ລ້ວນແລ້ວແຕ່ໄດ້ເຂົ້າຮອບ 16 ທີມທັງໝົດ.
ຂ່າວ: ສຸກນີລັນດອນ
ພາບ: ສຕລ