Vientiane Times Lao
ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີເດີນທາງ ຮອດປະເທດ ຄີກິສຖານ ເປັນທີ່ຮຽບຮ້ອຍ

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີເດີນທາງ ຮອດປະເທດ ຄີກິສຖານ ເປັນທີ່ຮຽບຮ້ອຍ

ຄະນະນໍາ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນ U-17 ປີ (ອາຍຸບໍ່ເກີນ 17 ປີ) ເດີນທາງຮອດ ປະເທດ ຄີກິສຖານ ເປັນທີ່ຮຽບຮ້ອຍ ເມື່ອຄໍ່າຄືນຂອງວັນທີ 18 ພະຈິກ 2025 ຜ່ານມານີ້, ເພື່ອເຂົ້າຮ່ວມການແຂ່ງຂັນ ບານເຕະຊີງແຊັມອາຊີ 2026 ຮອບຄັດເລືອກ (AFC U-17 Asian Cup Saudi Arabia 2026 Qualifiers) ທີ່ເມືອງ ບິສເຄກ, ປະເທດ ຄີກິສຖານ ລະຫວ່າງວັນທີ 22-30 ພະຈິກ 2025.

ໃນຕອນເຊົ້າຂອງວັນທີ 19 ພະຈິກ 2025 ໄດ້ອອກໄປ ອອກກໍາລັງກາຍ ແລະ ສໍາຜັດອາກາດ ບໍລິເວນໂຮງແຮມ ຕັ້ງແຕ່ເຊົ້າເວລາ 7:30 ໂມງ ດ້ວຍອາກາດໜາວເຢັນ 7 ອົງສາ ແລະ ຕອນແລງຈະມີການຊ້ອມເປັນຄັ້ງທໍາອິດທີ່ ປະເທດຄີກິສຖານ. 

ສໍາລັບ ທັບນັກກິລາບານເຕະທີມຊາດລາວ ຮຸ່ນອາຍຸ ບໍ່ເກີນ17 ປີໄດ້ຖືກຈັບສະຫຼາກຢູ່ກຸ່ມ ບີ ຮ່ວມກັບ ເຢເມນ, ຄີກິສຖານ (ເຈົ້າພາບ), ກໍາປູເຈຍ, ກວມ ແລະ ປາກິດສະຖານ ໂດຍຮອບຄັດເລືອກຈະຄັດເອົາພຽງ ອັນດັບທີ 1 ຂອງກຸ່ມ ເຊິ່ງມີທັງໝົດ 7 ກຸ່ມ ( A-G ) ເທົ່ານັ້ນ ເພື່ອເຂົ້າຮອບສຸດທ້າຍ, ສ່ວນຕາຕະລາງການ ແຂ່ງຂັນຂອງ ທີມຊາດລາວ U-17 ທີ່ ເມືອງ ບິສເຄກ, ຄີກິສຖານ ມີລາຍລະອຽດດັ່ງຕໍ່ໄປນີ້:

– ວັນທີ 22/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກວມ

– ວັນທີ 24/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກໍາປູເຈຍ

– ວັນທີ 26/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດປາກິດສະຖານ ພົບ ທີມຊາດລາວ

– ວັນທີ 28/11/2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດຄີກິສຖານ

– ວັນທີ 30/11/2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດເຢເມນ ພົບ ທີມຊາດລາວ

ຂ່າວ-ພາບ: ສຕລ

Related Articles

Leave a Reply