ຄະນະທີມແພດຊ່ຽວຊານ ສສ ຫວຽດນາມ ໄດ້ເຄື່ອນໄຫວເຮັດວຽກເກັບກຳຂໍ້ມູນພ້ອມທັງປະເມີນ ວາງແຜນການຮັບມື ແລະ ການຄວມຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ 3 ແຂວງພາກກາງຂອງ ສປປ ລາວ.
ຄະນະດັ່ງກ່າວ ນຳໂດຍ ສະຫາຍ ພົນຈັດຕະວາ ຫງວຽນຮຸງຖັງ ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ສືບຕໍ່ເຮັດວຽກຢູ່ແຂວງພາກກາງ ໃນວັນທີ 11 ເມສາ 2020 ພາຍຫລັງສໍາເລັດການປະຕິບັດເຮັດວຽກງານໃນເບື້ອງຕົ້ນຢູ່ທີ່ນະຄອນຫຼວງວຽງຈັນ, ປະກອບດ້ວຍ ກອງບັນຊາການທະຫານ ແຂວງບໍລິຄຳໄຊ, ກອງບັນຊາການທະຫານແຂວງຄຳມ່ວນ, ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ໂຮງໝໍບໍລິເວນ109.
ຈາກການລົງຕິດຕາມປະເມີນຜົນຕົວຈິງກ່ຽວກັບການສະກັດກັ້ນພະຍາດອັກເສບປອດ ເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19, ແລະ ຮັບຟັງ ການລາຍງານໂດຍຫຍໍ້ຈາກຄະນະສະເພາະກິດຂອງກອງບັນຊາການທະຫານແຂວງບໍລິຄຳໄຊ, ກອງບັນຊາການທະຫານແຂວງ ຄຳມ່ວນ, ກອງບັນຊາການທະຫານແຂວງ ສະຫວັນນະເຂດ ແລະ ໂຮງໝໍບໍລິເວນ ສະຫາຍ ພົນຈັດຕະວາ ຫງວຽນຮຸງຖັງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ສສ ຫວຽດນາມ ກໍ່ໄດ້ແລກປ່ຽນບົດຮຽນໃນການສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຢ່າງເຂັ້ມງວດພ້ອມກັນປະຕິບັດມາດຕະການຂອງຂັ້ນເທິງກໍຄືຄະນະສະເພາະກິດຂອງກະຊວງສະທາລະນະສຸກ ກ່ຽວກັບການສະກັດກັ້ນການເຂົ້າ-ອອກປະເທດ, ຕ້ອງເພີ່ມທະວີການຕິດຕາມຄົນທີ່ມາຈາກຕ່າງປະເທດ ເພື່ອສະກັດກັ້ນການນຳເຊື້ອພະຍາດທີ່ຈະແຜ່ລະບາດ, ເອົາໃຈໃສ່ ປະຕິບັດຫຼັກການສຸຂະສຶກສາ ເພື່ອບໍ່ໃຫ້ເກີດມີການຕິດເຊື້ອໃນກໍາລັງປ້ອງກັນຊາດ, ຮັບປະກັນສຸຂະພາບຂອງຄະນະນຳ, ພະນັກງານ-ນັກຮົບໃຫ້ແຂງແຮງ.
ໂອກາດນີ້ ສະຫາຍພົນຈັດຕະວາ ຈະເລີນ ວົງວິໄຊ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ສະແດງຄວາມຂອບໃຈຢ່າງສູງ ທີ່ຄະນະແພດຊ່ຽວຊານ ສສ ຫວຽດນາມໄດ້ໃຫ້ທິດຊີ້ນຳ ແລະ ແບ່ງປັນປະສົບການ ໄດ້ໃຫ້ການປຶກສາ, ແນະນໍາ ແລະ ນໍາພາຄະນະແພດຂອງ ສປປ ລາວ ທັງຢູ່ສູນກາງ ແລະ ບັນດາແຂວງໃນການປ້ອງກັນ, ຄວບຄຸມການລະບາດ ລວມໄປເຖິງການຄຸ້ມຄອງກໍລະນີຜູ້ສົງໄສ ແລະການປິ່ນປົວຄົນເຈັບທີ່ເປັນພະຍາດ ໂຄວິດ-19 ຢ່າງມີຄວາມຮັບຜິດຊອບ, ຕາມທິດທາງຂອງການນໍາສອງປະເທດໃນ ການສະກັດກັ້ນພະຍາດອັກເສບປອດສາຍ ພັນໃໝ່ໂຄວິດ-19, ລາວ-ຫວຽດນາມເປັນ ປະເທດທີ່ມີຊາຍແດນຕິດຈອດກັນແຕ່ເໜືອເຖິງໃຕ້, ໂອກາດທີ່ພະຍາດຈະແຜ່ລະບາດ ລະຫວ່າງປະເທດແມ່ນມີຄວາມສ່ຽງສູງ, ສະນັ້ນ ທັງສອງປະເທດເວົ້າລວມ, ເວົ້າສະເພາະສອງກອງທັງລາວ-ຫວຽດນາມ ຕ້ອງເພີ່ມທະວີປະສານງານ ແລະ ແລກປ່ຽນ ປະສົບການໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຜ່ານພົ້ນໄປ.
ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ໜັງສືພິມກອງທັບ)
ພາບ: ໜັງສືພິມກອງທັບ