Vientiane Times Lao
ທີມແພດໝໍ ຈະສືບຕໍ່ຕິດຕາມ ຄົ້ນຫາຜູ້ສົງໄສທີ່ຈະຕິດເຊື້ອ ໂຄວິດ-19

ທີມແພດໝໍ ຈະສືບຕໍ່ຕິດຕາມ ຄົ້ນຫາຜູ້ສົງໄສທີ່ຈະຕິດເຊື້ອ ໂຄວິດ-19

ເຖິງວ່າສະພາບການຕິດເຊື້ອຢູ່ປະເທດຂອງເຮົາໄດ້ເວັ້ນໄລຍະຫ່າງມາໄດ້ 6 ວັນແລ້ວ ແລະ ຜູ້ຕິດເຊື້ອທີ່ປິ່ນປົວກໍ່ໄດ້ອອກໂຮງໝໍ 2 ຄົນແລ້ວ ແຕ່ທີມແພດໝໍຈະບໍ່ໄດ້ລົດລະການເຝົ້າລະວັງຕິດຕາມ ຄົ້ນຫາຜູ້ສົງໄສທີ່ຈະຕິດເຊື້ອ.

ຜູ້ຊ່ຽວຊານມີການວິເຄາະວ່າເຊື້ອພະຍາດອາດຈະຍັງຢູ່ນຳຄົນເຈັບທີ່ບໍ່ມີອາການສະແດງອອກ ໃນ 49 ວັນ.

ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ແຈ້ງໃຫ້ຮູ້ໃນມື້ວານນີ້ວ່າ ຄະນະສະເພາະກິດ ກໍ່ຄືທີມແພດໝໍ ຈະສືບຕໍ່ຄົ້ນຫາກໍລະນີສົງໄສ ຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19, ໂດຍສະເພາະ ຜູ້ທີ່ຍັງຈຳກັດບໍລິເວນຕົນເອງຢູ່ສູນ ແລະ ຢູ່ເຮືອນ ລວມທັງຜູ້ເດີນທາງຜ່ານຊາຍແດນເຂົ້າມາໃໝ່ ເພື່ອມາກວດວິເຄາະຢັ້ງຢືນພະຍາດໃຫ້ໄດ້ໄວ ແລະ ປິ່ນປົວຢ່າງທັນການ.

ຮສ ດຣ. ພູທອນ ເມືອງປາກ ກ່າວຕື່ມອີກວ່າ ພວກເຮົາໄດ້ສືກສາຮ່ວມກັບອົງການອະນາໄມໂລກເຫັນວ່າ ຂະບວນການລະບາດຂອງປະເທດໃກ້ຄຽງ ຫຼັງຈາກມີການຕິດເຊື້ອຄັ້ງທຳອິດຮອດມື້ທີ 40 ຈະແມ່ນມື້ທີ່ມີການລະບາດສູງສຸດ, ສະເພາະ ສປປ ລາວ ເຮົາມາຮອດມື້ນີ້ກໍ່ເປັນມື້ທີ 26 ເຊິ່ງຈະຕ້ອງໄດ້ສືບຕໍ່ເຝົ້າລະວັງຢ່າງເຂັ້ມງວດ.

ອີກບັນຫາໜຶ່ງ ປະຈຸບັນນີ້ ປະເທດທີ່ມີການລະບາດຜ່ອນຄາຍລົງແລ້ວນັ້ນ ກໍ່ຍັງກັບມີຜູ້ຕິດເຊື້ອຄືນໃໝ່ເຊິ່ງມີການວິເຄາະວ່າເຊື້ອພະຍາດອາດຈະຍັງຢູ່ນຳຄົນເຈັບທີ່ບໍ່ມີອາການສະແດງອອກ ໃນ 49 ວັນ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງສືບຕໍ່ຮ່ວມໄມ້ຮ່ວມມືເປັນເຈົ້າການຮ່ວມກັນປະຕິບັດຄຳສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງເຂັ້ມງວດ ເພື່ອໃຫ້ສະພາບການລະບາດຂອງພະຍາດໂຄວິດ ຜ່ອນຄາຍລົງ ຈຶ່ງຈະສາມາດກັບມາດຳລົງຊີວິດຕາມປົກກະຕິໄດ້. ຍ້ອນວ່າສະພາບການລະບາດທົ່ວໂລກຍັງສືບຕໍ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດເພິ່ມຂຶ້ນເປັນປະຈຳແຕ່ລະວັນ.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply