ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນມື້ວານນີ້ ໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມປິຕິຍິນດີ ແລະ ຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ສົມເດັດ ເຈົ້າຍິງ ໄອໂກະ ທີ່ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ສອງປະເທດ ລາວ ແລະ ຍີ່ປຸ່ນ ພວມສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກມາປະຕິບັດໜ້າທີ່ ຢູ່ ສປປ ລາວ (ເລີ່ມແຕ່ປີ 1965 ເປັນຕົ້ນມາ) ຊຶ່ງ ສປປ ລາວ ເປັນປະເທດທໍາອິດ ສໍາລັບການຢ້ຽມຢາມທາງການຢູ່ຕ່າງປະເທດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແລະ ຖືເປັນຂີດໝາຍອັນສໍາຄັນທາງປະຫວັດສາດຂອງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ.
ໃນການພົບປະ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ, ຊຶ່ງໃນປີ 2015 ສອງປະເທດໄດ້ຍົກລະດັບການພົວພັນຮ່ວມມື ມາເປັນຄູ່ຮ່ວມຍຸດທະສາດ ໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ. ພິເສດໃນປີ 2025 ນີ້, ສອງປະເທດ ກໍໄດ້ຍົກລະດັບສາຍພົວພັນ ມາເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ພວມຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ສົ່ງອາສາສະໝັກຊຸດທໍາອິດມາປະຕິບັດໜ້າທີ່ ຢູ່ ສປປ ລາວ ຢ່າງຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍສຳຄັນທີ່ສຸດ. ພ້ອມນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ, ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ເປັນແຕ່ລະໄລຍະ ໂດຍສະເພາະແມ່ນ ການພັດທະນາຊັບພະ ຍາກອນມະນຸດ, ການສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ແລະ ອື່ນໆ, ອັນໄດ້ປະກອບສ່ວນສໍາຄັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ນັບມື້ນັບດີຂຶ້ນເປັນກ້າວໆ ເປັນຕົ້ນ ແມ່ນການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ. ພິເສດແມ່ນອົງການກາແດງລາວ ແລະ ຍີ່ປຸ່ນ ກໍໄດ້ມີການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນ ເພື່ອຍົກສູງຄຸນນະພາບໃນການບໍລິການເລືອດທີ່ປອດໄພ, ຍົກສູງຂີດຄວາມສາມາດທາງດ້ານວິຊາການ ແລະ ການປະຖົມພະຍາບານຂັ້ນພື້ນຖານ ໃຫ້ແກ່ເຈົ້າໜ້າທີ່ອົງການກາແດງລາວ ຢູ່ ຂັ້ນສູງກາງ ແລະ ທ້ອງຖິ່ນ ໃນຊຸມປີຜ່ານມາ.
ທ່ານ ນາງ ປານີ ຢາທໍ່ຕູ້ ຍັງໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມທາງການ ຢູ່ ສປປ ລາວ ຄັ້ງນີ້, ຂອງ ສົມເດັດ ເຈົ້າຍິງ ໄອໂກະ ຈະເປັນຂີດໝາຍສໍາຄັນທາງປະຫວັດສາດການພົວພັນຮ່ວມມືຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະການສົ່ງເສີມການທ່ອງທ່ຽວ ກໍຄື ການໄປມາຫາສູ່ຂອງປະຊາຊົນສອງຊາດ ໃຫ້ມີການພົບປະແລກປ່ຽນວັດທະນະທຳໃຫ້ຫຼາຍຂຶ້ນ, ລວມທັງການສົ່ງເສີມຮ່ວມມືດ້ານເສດຖະກິດ, ພະລັງງານ, ກະສິກໍາ ແລະ ອື່ນໆ.
ໂອກາດນີ້, ສົມເດັດ ເຈົ້າຍິງ ໄອໂກະ ກໍໄດ້ສະແດງຄວາມປະທັບໃຈ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ນັບຖືມາຍັງ ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ຮັບການປະດັບຫຼຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ຈາກລັດຖະບານຍີ່ປຸ່ນ ໃນເດືອນມັງກອນ 2023 ທີ່ຜ່ານມາ, ເຊິ່ງແມ່ນຫຼຽນຂັ້ນສູງສຸດທີ່ລັດຖະບານຍີ່ປຸ່ນ ໄດ້ມອບໃຫ້ການນໍາຂັ້ນສູງຂອງຕ່າງປະເທດ, ຊຶ່ງລັດຖະບານຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສໍາຄັນ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ທັງໃນສາຍລັດ ແລະ ສາຍສະພາ. ນອກຈາກນີ້, ສົມເດັດ ເຈົ້າຍິງ ໄອໂກະ ຍັງໄດ້ສະແດງຄວາມຫວັງວ່າ ການພົວພັນຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຈະໄດ້ສືບຕໍ່ໄດ້ຮັບການສົ່ງເສີມ ກໍຄືການ ຈັດຕັ້ງຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.
ໃນຕອນທ້າຍ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ອວຍພອນໄຊອັນປະເສີດ ມາຍັງ ສົມເດັດ ເຈົ້າຍິງ ໄອໂກະ ຂໍໃຫ້ສໍາເລັດຜົນທຸກປະການ ຕະຫຼອດການສະເດັດຢ້ຽມຢາມ ສປປ ລາວ ຄັ້ງນີ້, ອວຍພອນໄຊອັນປະເສີດໄປຍັງ ສົມເດັດ ເຈົ້າຈັກກະພັດ ແລະ ພະຣາຊີນີ ພ້ອມດ້ວຍພະບໍລົມວົງສານຸວົງທຸກພະອົງ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ອວຍພອນໃຫ້ ປະເທດຍີ່ປຸ່ນ ແລະ ປະຊາຊົນ ຍີ່ປຸ່ນ ຈົ່ງສືບຕໍ່ໄດ້ຮັບຜົນສໍາເລັດ ໃຫຍ່ຫຼວງກວ່າເກົ່າ ໃນການພັດທະນາປະເທດ ໃຫ້ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໄປ.
ໃນຕອນຄໍ່າຂອງວັນດຽວກັນ, ຍັງໄດ້ມີພິທີບາສີສູ່ຂວັນ ແລະ ງານລ້ຽງຕ້ອນຮັບຢ່າງເປັນທາງການ ເປັນກຽດໃຫ້ແກ່ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ໂດຍການເປັນເຈົ້າພາບຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ອີກດ້ວຍ.
ທີ່ມາແຫຼ່ງຂ່າວ: ຂປລ


